ການຮ່ວມມືຫວຽດນາມ-ສ.ເຊັກໂກຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ, ວັນທີ 06 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີສ.ເຊັກໂກ Milos Zeman ພ້ອມກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ເຊັກໂກ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 2 ປະເທດປະມານ 200 ແຫ່ງ.

ການຮ່ວມມືຫວຽດນາມ-ສ.ເຊັກໂກຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ - ảnh 1

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ 

ທີ່ເວທີປາໄສວິສາຫະກິດຫວຽດນາມ - ເຊັກໂກ

(ພາບ: baochinhphu.vn)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ເນັ້ນໜັກວ່າ, ການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານ, ພ້ອມກັບພື້ນຖານເສດຖະກິດ 2 ປະເທດພວມພັດທະນາດ້ວຍລະດັບສູງ ແມ່ນເງື່ອນໄຂສະດວກເພື່ອໃຫ້ 2 ປະເທດຍູ້ແຮງການຮ່ວມມື 2 ຝ່າຍກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

        “ລັດຖະບານຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບເຊັກໂກ ໃນຫຼາຍຂົງເຂດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການລົງທຶນເຂົ້າໃນບັນດາຂົງເຂດເຊິ່ງຫວຽດນາມ ມີທ່າແຮງ ແລະ ເຊັກໂກ ມີຄວາມຕ້ອງການຄື: ພະລັງງານ, ຂຸດຄົ້ນແຮ່ທາດ, ພື້ນຖານໂຄງລ່າງ ແລະ ຍານພາຫະນະຄົມມະນາຄົມ….”

        ສ່ວນທ່ານປະທານາທິບໍດີສ.ເຊັກໂກ Milos Zeman ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ປັດໃຈສຳຄັນອີກອັນໜຶ່ງ ທີ່ປະກອບສ່ວນຊຸກຍູ້ການພົວພັນນັ້ນແມ່ນ ມີປະຊາຄົມຊາວຫວຽດນາມ ດ້ວຍພົນລະເມືອງກວ່າ 65.000 ຄົນປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ສ.ເຊັກໂກ.

        ທີ່ເວທີປາໄສ, ທ່ານປະທານາທິບໍດີ Milos Zeman ແລະ ທ່ານນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ເປັນສັກຂີພິຍານພິທີລົງນາມການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ