ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 19/12, ຢູ່ ມະຫາວິທະຍາໄລ Meiji ໂຕກຽວ ປະເທດ ຍີ່ປຸ່ນ, ສະຖາບັນບັນດາບັນຫາທົ່ວໂລກ Meiji ແລະ ສະຖາບັນຄົ້ນຄ້ວາການເມືອງສາກົນ Meiji ຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ “ຜົນພາຍຫລັງຄຳຕັດສິນສານອະນຸຍາໂຕຕຸລາການ ຢູ່ ລາໄຮ ປະເທດໂຮນລັງ: ອະນາຄົດການເດີນທະເລຢູ່ ອາຊີ”. ເຂົ້າຮ່ວມກອງປະຊຸມສຳມະນາ ມີບັນດານັກຮຽນຮູ້ແຖວຫນ້າຂອງຍີ່ປຸ່ນ ແລະ ບັນດາປະເທດໃນພາກພື້ນ. ບັນດານັກຮຽນຮູ້ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ການກະທົບຂອງຄຳຕັດສິນຂອງສານຂອງ ສານອະນຸຍາໂຕຕຸລາການສຳລັບສະພາບການຢູ່ທະເລຕາເວັນອອກໃນໄລຍະຜ່ານມາ. ບັນດານັກຮຽນຮູ້ໄດ້ຢືນຢັນ ຄວາມເສລີໃນການເດີນເຮືອ, ການບິນບົນທະເລຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດບໍ່ພຽງແຕ່ຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນຜົນປະໂຫຍດຂອງທົ່ວໂລກອີກດ້ວຍ ພ້ອມທັງເນັ້ນຫນັກຢ່າງແຮງເຖິງລັກສະນະເຄົາລົບກົດໝາຍ. ບັນດານັກຮຽນຮູ້ເປັນເອກະພາບວ່າ ຄຳຕັດສິນຂອງສານອະນຸຍາໂຕຕຸລາການແມ່ນພື້ນຖານເພື່ອໃຫ້ບັນດາປະເທດຮ່ວມມືໃນບັນຫາທະເລຕາເວັນອອກ, ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ສັນຕິພາບ, ສະຖຽນລະພາບ ແມ່ນຜົນປະໂຫຍດຂອງທຸກປະເທດ.