ການາດາຍົກເລີກຄຳສັ່ງລົງໂທດຕໍ່ອີຣານ
ລັດຖະມົນຕີການຕ່າງປະເທດ ອີຣານ
Stephen Dion
|
(vovworld)- ວັນທີ 5/2, Ottawa ໄດ້ຖະແຫລງຍົກເລີກບັນດາຄຳສັ່ງລົງໂທດດ້ານເສດຖະກິດຕ້ານ ເຕເຮຣານ ເປີດຊ່ອງທາງໃຫ້ບັນດາບໍລິສັດ ການາດາ ສືບຕໍ່ ສຳຜັດກັບ ອີຣານ ພາຍຫລັງ ຂໍ້ຕົກລົງນິວເຄຼຍ ປະຫວັດສາດ ຊື່ງ ເຕເຮຣານ ບັນລຸໄດ້ກັບ 6 ປະເທດມະຫາອຳນາດໃນໂລກ ຊື່ງມີຜົນສັກສິດນັບແຕ່ວັນທີ 16/1 ຜ່ານມາ. ໃນຖະແຫລງການ, ລັດຖະມົນຕີວ່າການກະຊວງການຄ້າ ການາດາ Chrystia Freeland ຊີ້ແຈ້ງວ່າ ບັນດາບໍລິສັດປະເທດນີ້ ປະຈຸບັນສາມາດເລືອກເຟັ້ນບັນດາກາລະໂອກາດດຳເນີນທຸລະກິດໃຫມ່ ແຕ່ Ottawa ຍົງຄົງສືບຕໍ່ຄວບຄຸມບັນດາຂົງເຂດສົ່ງອອກຢ່າງແຫນ້ນແຟ້ນ. ເນື່ອງໃນໂອກາດນີ້ Ottawa ສະເຫນີເຊື່ອມຕໍ່ການພົວພັນດ້ານການທູດກັບ ເຕເຮຣານ ຊື່ງຖືກຢຸດຕິແຕ່ປີ 2012.