ການາດາອອກຫາສຽງເລືອກຕັ້ງເຂົ້າທີ່ນັ່ງໃນຄະນະບໍ່ປະຈຳການສະພາຄວາມໝັ້ນຄົງສປຊອາຍຸການ2021-2022
ທ່ານນາຍົກລັດຖະມົນຕີການາດາ Justin Trudeau
(ພາບປະກອບ: Reuters)
(vovworld) - ວັນທີ 16/03, ກ່າວຄຳເຫັນທີ່ສຳນັກງານສະຫະປະຊາດຢູ່ນິວຢອກ, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ຖະແຫຼງວ່າ, ປະເທດນີ້ຈະເຂົ້າຮ່ວມການແຂ່ງຂັນເພື່ອກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2021 – 2022. ທ່ານ Justin Trudeau ຢືນຢັນວ່າ, ການາດາ ຢາກຟື້ນຟູການພົວພັນກັບອົງການມີສິດອຳນາດສູງກວ່າໝູ່ໃນໂລກນີ້; ພ້ອມທັງຢືນຢັນທ່າດີຂອງການາດາ ໃນຂົງເຂດຮັກສາສັນຕິພາບ, ເຊິ່ງແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນຍິ່ງຂອງສະຫະປະຊາຊາດ. ການນຳ ການາດາ ກໍໃຫ້ຄຳໝັ້ນສັນຍາຈະເພີ່ມທະວີບັນດາການເຄື່ອນໄຫວຮັກສາສັນຕິພາບ, ບໍ່ພຽງແຕ່ຜ່ານການປະກອບສ່ວນທາງດ້ານກຳລັງທະຫານ, ຕຳຫຼວດ ແລະ ນັກຊ່ຽວຊານ ເທົ່ານັ້ນ, ຫາກຍັງໜູນຊ່ວຍບັນດາອົງການພົນລະເມືອງສະກັດກັ້ນການປະທະກັນ, ນຳສະຖຽນລະພາບມາສູ່ບັນດາປະເທດທີ່ຂາດສະຖຽນລະພາບ ແລະ ໜູນຊ່ວຍບັນດາສັງຄົມພວມສ້າງຄືນໃໝ່ພາຍຫຼັງວິກິດການ.