ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບບັນດາ
ຜູ້ແທນວິສາຫະກິດ, ນັກທຸລະກິດທີ່ເຂົ້າຮ່ວມເວທີປາໄສ
(vovworld) - ຕອນບ່າຍວັນທີ 23/6, ທີ່ການຕ້ອນຮັບບັນດາຜູ້ແທນວິສາຫະກິດ, ນັກທຸລະກິດທີ່ເຂົ້າຮ່ວມເວທີປາໄສ “ວິສາຫະກິດຫວຽດນາມ: ເຊື່ອມຕໍ່ ແລະ ເຊື່ອມໂຍງໃນສັກກະລາດ ສັນຍາການຄ້າເສລີ FTA ລຸ້ນໃໝ່“. ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເນັ້ນໜັກວ່າ, ການເຊື່ອມໂຍງກັບສາກົນ ແລະ ເຂົ້າຮ່ວມ FTA ລຸ້ນໃໝ່, ໄດ້ສ້າງເງື່ອນໄຂພັດທະນາໃຫ້ພື້ນຖານເສດຖະກິດ ຫວຽດນາມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊີ້ແຈ້ງວ່າ, ການເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ, ຮ່ວມມືກັບສາກົນ ແລະ ກຳນົດທິດຍຸດທະສາດໃຫຍ່ຂອງພັກ, ລັດ ເພື່ອແນໃສ່ປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມຢ່າງມີໄຊ. ທ່ານປະທານປະເທດໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນງານ, ການປະກອບສ່ວນຂອງປະຊາຄົມວິສາຫະກິດ, ນັກທຸລະກິດທີ່ໄດ້ປະກອບສ່ວນເຂົ້າບັນດາຜົນງານລວມຂອງປະເທດ, ນອກນັ້ນທ່ານກໍ່ຊີ້ແຈ້ງວ່າ, ໃນສະພາບເຊື່ອມໂຍງເຂົ້າກັບສາກົນ, ໜ້າທີ່ວາງອອກໃຫ້ປະຊາຄົມວິສາຫະກິດ, ນັກທຸລະກິດແມ່ນໜັກໜ່ວງທີ່ສຸດ, ຮຽກຮ້ອງຕ້ອງມີການຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ລັດ ກ່ຽວກັບການເຊື່ອມໂຍງກັບສາກົນຢ່າງມີປະສິດທິຜົນ. ໜ້າທີ່ຂອງປະຊາຄົມວິສາຫະກິດ, ນັກທຸລະກິດ ແມ່ນສ້າງບັນດາລາຍການດຳເນີນງານຢ່າງລະອຽດໃຫ້ໄດ້, ເອົາໃຈໃສ່ເປັນພິເສດເຖິງຍຸດທະສາດຜະລິດ, ດຳເນີນທຸລະກິດ ແລະ ພັດທະນາຕະຫຼາດໃນໄລຍະຍາວ, ເສີມຂະຫຍາຍກຳລັງພາຍໃນ, ແລະ ທ່າໄດ້ປຽບ, ສະແຫວງຫາກຳລັງພາຍນອກ, ແຫຼ່ງທຶນ, ເຕັກໂນໂລຢີໃໝ່, ບົດຮຽນໃນການຄຸ້ມຄອງທີ່ກ້າວໜ້າ, ຍົກສູງຄວາມສາມາດແກ່ງແຍ້ງຂອງສິນຄ້າ, ການບໍລິການເພື່ອຢືນຢັນທີ່ຕັ້ງໃນຕະຫຼາດສາກົນ.
“ເປັນເຈົ້າການກໍ່ສ້າງ ແລະ ປະຕິບັດບັນດາມາດຕະການປົກປ້ອງຜົນປະໂຫຍດອັນຊອບທຳຂອງລັດ, ວິສາຫະກິດ ແລະ ຜູ້ຊົມໃຊ້ໃນປະເທດ; ຍູ້ແຮງການເຂົ້າຮ່ວມບັນດາອົງການການເງິນ - ເງິນຕາໃນພາກພື້ນ ແລະ ໃນໂລກ. ພ້ອມກັນນັ້ນແມ່ນສ້າງຖັນແຖວນັກທຸລະກິດທີ່ເຕີບໃຫຍ່ເຂັ້ມແຂງ, ມີນຳ້ໃຈຮັກຊາດ, ມີຄວາມຕື່ນຕົວດ້ານການເມືອງ, ມີວັດທະນະທຳໃນການດຳເນີນທຸລະກິດ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ມີຄວາມສາມາດ, ລະດັບຄວາມຮູ້ຢ່າງພຽງພໍ, ຕັ້ງໜ້າເຂົ້າຮ່ວມຕາໜ່າງການຜະລິດ, ລະບົບມູນຄ່າໃນທົ່ວປະເທດ ແລະ ທົ່ວໂລກ, ສູ້ຊົນເພື່ອມີນັກທຸລະກິດ, ວິສາຫະກິດຈຳນວນໜຶ່ງທີ່ມີເຄື່ອງໝາຍການຄ້າລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ.“