( vovworld ) – ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງ Festival Hue 2012, ຕອນເຊົ້າວັນທີ 11/4, ຢູ່ສະໜາມຫຼວງ Ngo Mon ໄດ້ຈັດງານມະໂຫລານ ປອຍວ່າວສາກົນດ້ວຍຫົວຂໍ້ “ບັນດາປີກປິນຫວຽດນາມ ຄັ້ງທີ 7”. ແລະກໍໃນຕອນແລງວັນດຽວກັນ, ຢູ່ບັນດາສະຖານທີ່ປູຊະນີຍະສະຖານຂອງກຸງເກົ່າ Hue, ໃນບັນດາເສັ້ນທາງຂອງນະຄອນ Hue ຈະດຳເນີນບັນດາການເຄື່ອນໄຫວຢູ່ທ້ອງຖະໜົນຫົນທາງ, ບ່ອນທີ່ບັນດາຄະນະສິລະປະທັງຂອງພາຍໃນ ແລະ ຕ່າງປະເທດສະແດງຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ໃນເວລາ 20 ໂມງຢູ່ປູຊະນີຍະສະຖານ Bia Quoc Hoc ເຫ້ວ ໄດ້ຈັດຄໍ່າຄືນທີ່ສອງຂອງ “ ງານບຸນສະແດງເສື້ອຍາວ ” ດ້ວຍຫົວຂໍ້ “ດອກບົວໃນສິລະປະແຕ້ມຮູບ ”.
ກ່ອນໜ້ານັ້ນ, ໃນຕອນຄໍ່າວັນທີ 10/4, ຢູ່ Nghinh Thuong Dinh, ແຄມແມ່ນ້ຳ ເຮືອງ ຂອງນາຄອນເຫ້ວ, ໄດ້ດຳເນີນ “ງານບຸນຕີກອງ ແລະ ເຄື່ອງດົນຕີສາກົນ”. ດ້ວຍຫົວຂໍ້ເຊີດຊູຄວາມສະຫງ່າອົງອາດຂອງຊາດຫວຽດນາມຜ່ານສຽງກອງ, ລາຍການແມ່ນແຫ່ງເຕົ້າໂຮມສິ່ງຍອດຍິ່ງດ້ານສິລະປະດົນຕີຜ່ານສຽງກອງ ແລະ ເຄື່ອງດົນຕີທີ່ມາຈາກແຫ່ງຕ່າງໆຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ນັກສິລະປິນ Le Quy Duong, ກັມກັບການສະແດງໃຫ້ຮູ້ວ່າ.
“ ງານບຸນຈະນຳມາໃຫ້ມວນຊົນ ແລະ ແຂກທ່ອງທ່ຽວຮັບຊົມສິ່ງທີ່ຍອດຍິ່ງດ້ານສິລະປະ ແລະ ອຸດົມສົມບຸນຂອງຊາວຫວຽດນາມ. ສຽງກອງຕິດພັນກັບຈິດວິນຍານຂອງຊາວຫວຽດນາມ, ຕິດພັນກັບດິນຟ້າ, ຕິດພັນກັບຄວາມມຸ້ງຫວັງຂອງມະນຸດ... ເພາະສະນັ້ນສິ່ງດັ່ງກ່າວຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວເມື່ອມາຮ່ວມ Festival Hue ປີ 2012 ນີ້.