ການເຄື່ອນໄຫວຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢູ່ຝລັ່ງ

ການເຄື່ອນໄຫວຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢູ່ຝລັ່ງ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
ພົບ​ປະ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ)


(vovworld) – “ພັກ, ລັດ ​ແລະ ລັດຖະບານ ຮັບ​ຮູ້ ​ແລະ ຕິີລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ກໍ່​ຄື​ການມຸ່ງ​ໄປສູ່​ບັນດາ​ພໍ່​ແມ່​ປະສົບ​ກັບ​ຄວາມເສຍ​ຫາຍ​ຫຼາຍ​ຢ່າງຢູ່​ຫວຽດນາມ”. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ທີ່​ການ​ພົບ​ປະ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ, ​ໃນ​ຂອບ​ເຂດ​ການ​ໄປ​ປະຕິບັດ​ງານ​ຢູ່​ຝລັ່ງ. ​ເມື່ອຕີ​ລາຄາ​ສູງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຊີ້​ແຈ້ງວ່າ.

        “ຄວາມ​ສະໜິດ​ຕິດ​ພັນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ລຸ້ນຕ່າງໆ ແມ່ນ​ຂົວ​ເຊື່ອມ​ຕໍ່​​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ. ຂ້າພະ​ເຈົ້າ​ຂໍ​ຕາງ​ໜ້າການ​ນຳ​ສະພາ​ແຫ່ງ​ຊາດ ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ພໍ​່ແມ່​ປະຊາຊົນຊາວຫວຽດນາມ ອາ​ໄສ​ຢູ່​ຝລັ່ງ, ການ​ປະກອບສ່ວນ​ຂອງ​ປັນຍາ​ຊົນ, ບັນດາ​ນັກວິທະຍາສາດ, ຂອງ​ຜູ້​ທີ່​ມີ​ອິດທິຜົນ​​ຊື່​ສຽງນັ້ນ ​ໄດ້​ເປັນ​ການລະດົມກຳລັງ​ໃຈພໍ​່ແມ່​ປະຊາຊົນ​ປະຕິ​ບັດ​ນະ​ໂຍບາຍ​ກົດໝາຍ​ຂອງຝລັ່ງ ​ເປັນ​ຢ່າງ​ດີ, ​ແຕ່​ຍາມ​ໃດ​ກໍ່​ອວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ”.

ຂ່າວ/ບົດ​ອື່ນ