ການເຄື່ອນໄຫວຂອງທ່ານປະທານາທິບໍດີ ສ ໂອຕະລິດ ຢູ່ຫວຽດນາມ

ການເຄື່ອນໄຫວຂອງທ່ານປະທານາທິບໍດີ ສ ໂອຕະລິດ ຢູ່ຫວຽດນາມ - ảnh 1
ທ່ານ Heinz Fischer ​ແລະ ທ່ານ Nguyen Phu Trong

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ, ວັນ​ທີ 30/5, ທ່ານ​ປະທານາທິບໍດີ ສ ​ໂອ​ຕະລິດ Heinz Fischer ​ໄດ້​​ໄປ​ຍັງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ໂອ​ຕະລິດ. ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ໂອ​ຕະລິດຄັ້ງ​ນີ້​ຈະ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ສູ່​ຈຸດໝາຍ​ເພີ່ມ​ວົງ​ເງິນການຄ້າ 2 ຝ່າຍຂຶ້ນທົບ 2 ເທົ່າໃນຮອບ 4 ປີ ຂ້າງໜ້າ, ຊຶ່ງໃນປະຈຸບັນບັນລຸລະດັບ 445 ລ້ານ USD ​ໃນ​ປີ 2011. ກ່າວ​ຄຳ​ເຫັນ​ທີ່ ເວທີ​ປາ​ໄສ​, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ຢືນຢັນ​ວ່າ

  “ ຫວຽດນາມ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ່ 2 ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 10 ປີ (2011-2020) ດ້ວຍ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ກ່ວາ. ພວກ​ຂ້າພະ​ເຈົ້າ​ເລັ່ງ​ໃສ່​ການ​ດຶງ​ດູດ​ການລົງທຶນ​ຈາກ​ຕ່າງປະ​ເທດ​ໂດຍ​ມຸ່ງ​ໄປ​ສູ່ 4 ຈຸດໝາຍ​ສຳຄັນ. ທີ່ 1 ​ແມ່ນ​ຍົກ​ສູງ​ຄຸນນະພາ​ບ, ປະສິດທິ​ຜົນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທີ່ 2 ​ແມ່ນ​ພັດທະນາ​ແບບ​ຍືນ​ຍົງ. ທີ່ 3 ​ແມ່ນ​ສົ່ງ​ເສີມ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີສູງ ​ແລະ ທີ່ 4 ​ແມ່ນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ  ”

    ສ່ວນທ່ານ​ປະທານາທິບໍດີ ສ ​ໂອ​ຕະລິດ Heinz Fischer ກ່າວ​ວ່າ :

    “ ຜົນສຳ​ເລັດ​ຂອງ​ຫວຽດນາມ​ກໍ​ເນື່ອງ​ຈາກ​ວິວັດ​ການ​ເປີດ​ປະຕູ​ດຶງ​ດູດ​ການ​ລົງທຶນ, ຫວຽດນາມ​ມີ​ຄວາມ​ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ສາກົ​ນ. ​ໃນ​ການ​ຢ້ຽ​ມຢາມຫວຽດນາມ​ຄັ້ງ​ນີ້, ຂ້າພະ​ເຈົ້າມີ​ຄວາມ​ພູມ​ໃຈ​ເມື່ອ​ເຫັນ​ວ່າ​ມີ​ບັນດາ​ສັນຍາ, ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງບັນດາ​ກະຊວງ, ວິ​ສາ​ຫະກິດ​ໄດ້​ຮັບ​ການ​ລົງ​ນາມ. ນີ້​ແມ່ນ​ໂອກາດ​ທີ່​ດີ​ໃຫ້​ແກ່​ທັງ 2 ຝ່າຍ  ”

      ກ່​ອນໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 29/5, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ສ ໂອ​ຕະລິດ Heinz Fischer. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ເນັ້ນ​ໜັກ​ວ່າ: ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ພວມ​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ກໍ່ສ້າງ ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ການກຳນົດ​ທິດ​ສັງຄົມ​ນິຍົມ​, ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງ​ຄົມ​ນິຍົມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ສ້າງ​ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາ​ດ, ສູ້​ຊົນ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົ​ມຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ​ໃຫ້ສົມບູນ​ແບບ. ທ່ານ​ເລຂາທິການ​ໃຫຍ່ ​​ໄດ້​ແນະນຳ​ແນ​ວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເພື່ອ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື, ພັດທະນາ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ​້າ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ຮັບຮອງ​ເອົາ.

ທ່ານ​ປະທານາທິບໍດີ Heinz Fischer ຢືນຢັນ​ວ່າ: ລັດ ​ແລະ ປະຊາຊົນ ໂອ​ຕະລິດ ຕີ​ລາຄາ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ປາດ​ຖະໜາ​ວ່າຢາກ​ປັບປຸງ​ ​ແລະ ພັດທະນາ​​ການ​ພົວພັນ​ມິ​ດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ດີ​ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ