ການເຄື່ອນໄຫວຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢູ່ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 07/08, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ John Kerry ຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນໃນທຸກຂົງເຂດ ໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ, ພິເສດແມ່ນເປີດກວ້າງກາລະໂອກາດຮ່ວມມືດ້ານສຶກສາ, ວິທະຍາສາດ, ເຕັກໂນໂລຊີ, ການຄົ້ນຄວ້າ ແລະ ພັດທະນາ.
ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ຢືນຢັນວ່າ, ການສຶກສາ, ວິທະຍາສາດເຕັກໂນໂລຊີ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ໃນນັ້ນ ຜົນສຳເລັດຂອງມະຫາສິທະຍາໄລ Fulbright ຢູ່ຫວຽດນາມ ໄດ້ປະກອບສ່ວນປັບປຸງການຮ່ວມມືດ້ານການສຶກສາ ແລະ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດ.