ການເຄື່ອນໄຫວຂ່ຳນັບຮັບຕ້ອນ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ(10/10)

ການເຄື່ອນໄຫວຂ່ຳນັບຮັບຕ້ອນ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ(10/10) - ảnh 1
ການ​ແຂ່ງ​ຂັນ​ແລ່ນ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວ​ມ​ເປັນ​ຈຳ​ນ​ວ​ນ
ຫລວງ​ຫລາຍ
ພາບ:new.zing.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 5/10, ຮອບ​ຊີງ​ຊະ​ນະ​ເລີດ​ການ​ແຂ່ງ​ຂັນ​ແລ່ນ ຂອງ​ຫນັງ​ສື​ພິມ ຮ່າ​ໂນ​້ຍ​ເມີຍ(​ແປ່​ວ່າຮ່າ​ໂນ້ຍ​ໃຫມ່) ເປີດກວ້າງ​ຄັ້ງ​ທີ 41 - ເພື່ອ​ສັນ​ຕິ​ພ​ພາບປີ 2014 ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຂ່ງ​ຂັນ​ກິ​ລາ​ຂ່ຳ​ນັບ​ຮັບ​ຕ້ອນ​ 60 ປີ​ແຫ່ງວັນວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ, 15 ປີ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ນະ​ຄອນ​ເພື່ອ​ສັນ​ຕິ​ພາບ​ຈາກ UNESCO ແລະ 57 ປີ​ຫນັງ​ສື​ພີມ​ຮ່າ​ໂນ້ຍ​ເມີຍ ລົງ​ພິມ​ສະ​ບັບ​ທຳ​ອິດ. ກ່າ​ວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ນາງ ຫງວຽນ​ທິ​ບິກງອກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ການ​ແຂ່ງ​ຂັນ​ປີນີ້ ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ Jean Noel Poirier, ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ​ປະ​ຈຳ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ມື້ນີ້ ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກໍ​ແມ່ນ​ວັນ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຝ​ລັ່ງ ແລະ ຫວຽດ​ນາມ.”

 

ຂ່າວ/ບົດ​ອື່ນ