(vovworld) – ໂດຍສືບຕໍ່ການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນຄຳ່ວັນທີ 14/5, ຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ມີການພົບປະເຈລະຈາກັບປະທານ Duma ແຫ່ງຊາດ ລັດເຊຍ ທ່ານ Sergey Naryskin. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານປະທານ Duma ແຫ່ງຊາດ ລັດເຊຍ Sergey Naryskin ສະແດງຄວາມພາກພຸມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ລາຍງານບາງໝາກຜົນສຳຄັນໃນການເຈລະຈາກັບນາຍົກລັດຖະມົນຕີ ລັດເຊຍ D. Medvedev. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ທີ່ເຊີນທ່ານປະທານ Duma ແຫ່ງຊາດ ລັດເຊຍ Sergey Naryskin ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານປະທານ Duma ແຫ່ງຊາດ ລັດເຊຍ Sergey Naryskin ຕີລາຄາສູງການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ຢືນຢັນວ່າການຢ້ຽມຢາມຈະປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນຫຼາຍຂົງເຂດຍຸດທະສາດ.
ແລະກໍ່ໃນຕອນຄຳ່ຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ສະມາຄົມອະດິດນັກຊ່ຽວຊານການທະຫານລັດເຊຍ ແລະ ກຸ່ມບໍລິສັດໃຫຍ່ຂອງ ລັດເຊຍ ຈຳນວນໜຶ່ງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ສະມາຄົມມິດຕະພາບ ສະຫະພັນ ລັດເຊຍ - ຫວຽດນາມ ສືບຕໍ່ຜັນຂະຫຍາຍການຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຢ່າງມີປະສິດທິຜົນ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ການທ່ອງທ່ຽວ, ກໍ່ຄືການສົ່ງເສີມການຄ້າ ແລະ ການລົງທຶນ 2 ຝ່າຍ, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ຮຳ່ຮຽນ ແລະ ດຳເນີນຊີວິດເປັນປົກກະຕິ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລັດເຊຍ. ສຳລັບຜູ້ຕາງໜ້າບັນດາວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວາ ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກທຸກຢ່າງໃຫ້ແກ່ບັນດາວິສາຫະກິດລັດເຊຍ ລົງທຶນ ເຂົ້າ ຫວຽດນາມ, ຊົມເຊີຍ 2 ຝ່າຍເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່, ໃນນັ້ນມີຂົງເຂດສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງນ້ຳມັນອາຍແກດ, ຕີຕານ, ການບິນ, ໂທລະຄົມ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ D. Medvedev
(ພາບ: VGP/Nhật Bắc)
ກ່ອນໜ້ານັ້ນ, ຕອນແລງວັນທີ 14/5, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ລັດເຊຍ D. Medvedev. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ສະແດງຄວາມສະໜັບສະໜູນສູງສຸດຕໍ່ແນວທາງພັດທະນາເຊິ່ງ ຫວຽດນາມ ພວມປະຕິບັດໃນການສ້າງໂຄງປະກອບພື້ນຖານເສດຖະກິດ ຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງ. ນາຍົກລັດຖະມົນຕີ ທັງ 2 ທ່ານກໍ່ເຫັນດີເປັນເອກະພາບກັນເພີ່ມທະວີການພົວພັນທາງດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈສູງຜ່ານກົນໄກແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ລະອຽດໃນບັນດາຂົງເຂດເຊິ່ງແມ່ນທ່າແຮງຂອງກັນ, ພິເສດເອົາໃຈໃສ່ເນື້ອໃນເສດຖະກິດ. ນາຍົກລັດຖະມົນຕີທັງ 2 ທ່ານຢືນຢັນຄວາມຕັດສິນໃຈຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ກໍ່ຄືການເພີ່ມທະວີການສົມທົບກັນເຄື່ອນໄຫວໃນເວທີສາກົນ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ນາຍົກລັດຖະມົນຕີ 2 ທ່ານ ຖືວ່າ 2 ປະເທດໄດ້ມີບັນດາຄວາມຄືບໜ້າໃນການຮ່ວມມື 2 ຝ່າຍ ດ້ວຍບັນດາໂຄງການຍຸດທະສາດໃນຂົງເຂດການຄ້າ, ພະລັງງານ, ນ້ຳມັນອາຍແກັດ, ໄຟຟ້າ ນິວເຄຼຍ, ບໍ່ແຮ່. 2 ຝ່າຍຕີລາຄາສູງໝາກຜົນການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດພາສີ ລັດເຊຍ - ເບລາຣຸດ ແລະ Kazakhstan.
ໃນຂົງເຂດພະລັງງານ, 2 ຝ່າຍເນັ້ນໜັກວ່າການເຄື່ອນໄຫວຂອງບັນດາວິສາຫະກິດ ແລະ ບໍລິສັດຮ່ວມທຸລະກິດນ້ຳມັນອາຍແກັດ 2 ປະເທດໃນໄລຍະຜ່ານມາບັນລຸໝາກປະສິດທິຜົນສູງ. 2 ຝ່າຍກໍ່ຢືນຢັນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອປະຕິບັດໃຫ້ຖືກກັບຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ບິ່ນທ້ວນ.