ການເຄື່ອນໄຫວຕ່າງໆ ມຸ່ງໄປສູ່ເຂດທະເລ, ໝູ່ເກາະຂອງບ້ານເກີດ ເມືອງນອນ

ການເຄື່ອນໄຫວຕ່າງໆ ມຸ່ງໄປສູ່ເຂດທະເລ, ໝູ່ເກາະຂອງບ້ານເກີດ ເມືອງນອນ - ảnh 1
ພິທີຮັບ​​ເງິນສະໜັບສະໜູນ​
(ພາບ: .chinhphu.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 13/06, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ​ຫວຽດນາມ ​ໄດ້​ຮັບ​ຈຳນວນ​ເງິນສະໜັບສະໜູນ​ 4 ຕື້​ດົງຈາກ​ກຸ່ມ​ບໍລິສັດ​ຕຳ​​ແຜ່ນ​ຕັດ​ຫຍິບຫວຽດນາມ ​ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ຮ່ວາ​ບິ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ການ​ປະກ​​ອບສ່ວນ, ສະໜັບສະໜູນ​ຂອງ​ບັນດາ​ອົງການ, ບຸກຄົນແມ່ນ​ຂອງຂວັນ​ທີ່​ລ້ຳ​ຄ່າ​ໄດ້ປະກອບສ່ວນ​ແບ່ງປັນ, ປຸກລະດົມ, ​ເຮັດ​ໃຫ້​ຊາວ​ປະມົງ​, ກຳລັງ​ກວດກາ​ການ​ປະມົງ, ຕະຫຼວດທະ​ເລ​ພວມ​ປະຕິບັດ​ໜ້າ​ທີ່​ຢູ່​ທະ​ເລມີ​ຄວາມອຸ່ນ​ອ່ຽນ​ໃຈ.

        ​ໃນ​ຂະນະ​ນັ້ນ, ພະນັກງານ, ພາລະ​ກອນ, ຄົນ​ງານ ​ແລະ ປະຊາຊົນ​ແຂວງ​ດົ່ງ​ທ໋າ​ບ ​ໄດ້​ສະໜັບສະໜູນ​ກອງ​ທຶນ “​ເພື່ອ​ອະທິປະ​ໄຕ​​ສັກກະ​ລະ​ບູຊາ​ຂອງ​ປະ​ເທດຊາ​ດ” ດ້ວຍ​ຈຳນວນ​ເງິນ​ກວ່າ 2 ຕື້​ດົງ ​ເພື່ອ​ຊ່ວຍ​​ໃຫ້ຊາວ​ປະ​ມົງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ພັນ​ກັບ​ທະ​ເລ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງປະ​ເທດ​ຊາດ.

        ວັນ​ທີ 13/06, ຢູ່​ຫໍພິພິທະ​ພັນ​ແຂວງ​ລ້າງ​ເຊີນ ​ໄດ້​ຈັດ​ງານ​ວາງສະ​ແດງດ້ວຍ​ຫົວ​ຂໍ້​ວ່າ “ອະທິປະ​ໄຕ​ຊາຍ​ແດນ - ທະ​ເລ, ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຫວຽດນາມ” ​ເຊິ່ງລວມມີ​ບັນດາ​ຮູບ​ຖ່າຍ, ວັດຖຸ​ພັນ, ວັດຖຸ​ບູຮານ, ​ເອກະສານ​ບູຮານ ກ່ຽວ​ກັບ​ອະທິປະ​ໄຕ​ຢູ່​ເຂດ​ດິນ​ຕໍ່​ແຜນ ​ແລະ ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ. ​ໃນ​ນັ້ນ​ໄດ້​ວາງສະ​ແດງ​ບາງ​ຮູບຖ່າຍ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່ທະວີບ​ຂອງ​ຫວຽດນາມ. ງານ​ວາງສະ​ແດງ​ຈະ​ເປີດ​ປະຕູ​ຮອດ​ວັນ​ທີ 30/06/2014 ຈຶ່ງ​ຈະ​ອັດ​ລົງ.

        ​ຕອນ​ຄໍ່າ​ວັນ​ທີ 13/06, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ ​ແລະ ​ໂຄສະນາ​ບັນດາ​​ຮູບ​ເງົາ​ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ສູ່ເຂດ​ທະ​ເລ, ໝູ່​ເກາະ​ຂອງບ້ານ​ເກີດ​ເມືອງ​ນອນ”. ລາຍການ​ໄດ້​ແນະນຳ​ຟິມຮູບ​ເງົາ​ເອກະສານອັນ​ລ້ຳ​ຄ່າບາງ​ເລື່ອງກ່ຽວ​ກັບ​ເຂດ​ທະ​ເລ, ໝູ່​ເກາະ​ຂອງປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ