ການເຄື່ອນໄຫວຕ່າງໆ ເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ການເຄື່ອນໄຫວຕ່າງໆ ເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1

(ພາບ:ອີນ​ເຕີ​ແນັດ)​

( vovworld ) – ​ເນື່ອງ​ໃນ​ໂອກາດ​ລະນຶກ 51 ປີ​ແຫ່ງ​ວັນ​ວິນາດສະກຳທາດ​ພິດ​ສີສົ້ມ/ດີ​ໂອ​ຊິນຫວຽດນາມ (10/8/1961-10/8/2012), ຕອນ​ບ່າຍ​ວັນ​ທີ 6/8, ສະ​ຖາບັນ​ການ​ເມື​ອງການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ສົມທົບ​ກັບ​ສື່​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ​​ໄດ້​ຈັດການລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່ບັນດາ​ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ໃນ​ບໍລິ​ເວນ​ນະຄອ​ນດ່າ​ນັງ ​ແລະ ​ແຂວງ​ກວາງ​ນາມ. ​ໃນ​ໂອກາດ​ນີ້, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນນະ​ຄອນ​ດ່າ​ນັງ ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ໄດ້​ມອບ​ຂອງຂວັນ​ກ່ວາ 500 ພູດ, ກໍ່ສ້າງ​​ເຮືອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈໃໝ່ 6 ຫລັງ ​ເພື່ອ​ມອບ​ໃຫ້​ແກ່ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 300 ລ້ານ​ດົ່ງ. ທ່ານ Tra Thanh Lanh ຮອງ​ປະທານ

ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນນະ​ຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ: “ນີ້​ແມ່ນ​ວຽກ​ງານ​ທີ່​ມີຄວາມ​ໝາຍ​ທີ່​ສຸດ ​ເພື່ອ​ບັນ​ເທົາຄວາມ​ເຈັບ​ປວດ​​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ. ທາງ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ນະຄອນ​ໄດ້​ປຸກລະດົມ​ບັນດາ​ຫົວໜ່ວຍ​ຈັດຕັ້ງ ​ເພື່ອ​ໜູນ​ຊ່ວຍ​ເງິນ​ເປັນ​ປະຈຳ, ກໍ່ສ້າງ​ເຮື​ອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈ​ເພື່ອ​ແນ​ໃສ່​ບັນທົາຄວາມທຸກ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ
ຂ່າວ/ບົດ​ອື່ນ