(vovworld) - ຕອນບ່າຍວັນທີ 6/8, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ໃຫ້ການຕ້ອນຮັບທ່ານປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ David Dreier ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຕີລາຄາສູງເລື່ອງ ທ່ານປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ David Dreier ສະໜັບສະໜູນເລື່ອງມອບກົດລະບຽບດ້ານການຄ້າປົກກະຕິຕະຫຼອດໄປ (PNTR) ໃຫ້ແກ່ຫວຽດນາມ, ຊ່ວຍຫັນການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດເປັນປົກກະຕິຢ່າງສົມບຸນ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ປາດຖະໜາວ່າ ທ່ານປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ David Dreier ສືບຕໍ່ສະໜັບສະໜູນການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ສະໜັບສະໜູນການຮັບຮູ້ກົດລະບຽບເສດຖະກິດການຕະຫຼາດໃຫ້ແກ່ຫວຽດນາມ ໂດຍໄວ, ສະຫງວນລະບອບບຸລິມະສິດດ້ານພາສີໃຫ້ແກ່ຫວຽດນາມ ກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າລະຫວ່າງສອງປະເທດ. ທ່ານປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ David Dreier ໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ພິເສດແມ່ນໃນຂົງເຂດການຄ້າລະຫວ່າງສອງປະເທດ. ທ່ານ David Dreier ກໍເນັ້ນໜັກເຖິງກາລະໂອກາດເພື່ອເປີດກວ້າງ, ເຮັດໃຫ້ສາຍພົວພັນດ້ານເສດຖະກິດລະຫວ່າງອາເມລາກາ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ໃນສະພາບທີ່ພາກພື້ນອາຊີ - ປາຊີຟິກ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ສ້າງຕັ້ງປະຊາຄົມອາຊຽນ ແລະ ແງ່ຫວັງຂອງສັນຍາຄູ່ຮ່ວມມືເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນປາຊີຟິກ (TPP).
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ໃຫ້ການຕ້ອນຮັບ ທ່ານປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ David Dreier. ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ຢືນຢັນແນວທາງການຕ່າງປະເທດຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຝ່າຍ, ຫຼາຍຮູບຫຼາຍແບບ, ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກນ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ. ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ສະເໜີວ່າ: ໃນໄລຍະຈະມາເຖິງ ສອງສະພາແຫ່ງຊາດສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນກວ່າອີກ ພ້ອມກັນນັ້ນຊຸກຍູ້ການຮ່ວມມືລະຫວ່າງກຳມາທິການໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຜ່ານນັ້ນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ເພີ່ມທະວີຄວາມເຂົ້າອົກເຈົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຫຼຸດຜ່ອນຄວາມແຕກຕາງກັນລະຫວ່າງສອງປະເທດ.