ສຸສານປະທານໂຮ່ຈິມີນ
ພາບ:baochinhphu.vn
|
(vovworld)- ວັນທີ 9/2 ແມ່ນກົງກັບວັນທີ 2/1 ໄລ່ຕາມຈັນທະປະຕິທິນ, ປະຊາຊົນພາຍໃນປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ ແລະ ສະຫນາມຫລວງບາດີງປະຫວັດສາດ. ນີ້ແມ່ນໂອກາດປະຊາຊົນສະແດງຄວາມເຄົາລົບນັບຖືຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ.
ສ່ວນຢູ່ນະຄອນເຫ້ວ, ປະຊາຊົນໄດ້ພາກັນໄປວັດ ພາວະນາຂໍຄວາມຢູ່ເຢັນເປັນສຸກ, ມີໂຊກມີໄຊໃຫ້ຄອບຄົວແລະຕົນເອງ. ພະອາຈານ ທິກເຫ້ວເຟືອກ, ເຈົ້າອະທິການວັດ ຕືເລີມ ຕາແສງ ຖູຍຊວນ ນະຄອນ ເຫ້ວ ໃຫ້ຮູ້ວ່າ: ຮີດຄອງປະເພນີເຂົ້າວັດໃນຕົ້ນປີໃຫມ່ ແມ່ນຄວາມງາມດ້ານຈິດວິນຍານໃນຊີວິດຂອງຊາວຫວຽດນາມ ທີ່ມີມາແຕ່ດົນນານແລ້ວ.
ຢູ່ແຂວງ ດົງທາບ, ງານບຸນລະດູບານໃຫມ່ 2016 ແມ່ນຕິດພັນການສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງແຂວງ ດົງທາບ, ສະນັ້ນ ປະຊາຊົນໃນທົ່ວແຂວງ ໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ ແລະ ມີຄວາມປະເອີບໃຈ, ຄວາມຫວັງຕໍ່ການພັດທະນາ.