ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1
ພິທີມອບ​ລາງວັນ​ການ​ເສັງ​ຊອກ​ຮູ້​ລັດທິ ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ ໂຮ່ຈີ​ມິນ
(ພາບ: vnexpress.net)

(vovworld) – ວັນ​ທີ 19/5, ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍວັນ​​ເກີດ​ປະທານ​ໂຮ່ຈີ​ມິນ - ນັກວິລະ​ຊົນປົດປ່ອຍ​ຊາດ, ນັກ​ວັດທະນະທຳຂອງ​ໂລກ. ​ໃນ​ຊຸມ​ວັນ​ນີ້, ມີ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ຖືກ​ດຳ​ເນີນ​ໄປ​ໃນ​ໂລກ ​ກໍ​ຄື​ຢູ່ບັນດາ​ແຂວງ, ​ນະຄອນ​​​ທົ່ວ​ປະ​ເທດຂອງຫວຽດນາມ.

        ທີ່​ນະຄອນ ​ໂຮ່ຈີ​ມິນ, ຕອນ​ຄ່ຳ​ວັນ​ທີ 18/5, ​ໄດ້​ດຳ​ເນີນ​ຮອບ​ຊິງ​ສະຫຼະ​ເລີດ ​ແລະ ມອບ​ລາງວັນ​ການ​ເສັງ​ຊອກ​ຮູ້​ລັດທິ ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ ໂຮ່ຈີ​ມິນ ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ. ນ້ອງ Le Huu Trang, ນັກ​ສຶກສາ​ ສັງ​ກັດມະຫາວິທະຍາ​ໄລ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ຍາດ​ໄດ້​ລາງວັນທີ່ 1 ​ໃນ​ການ​ເສັງ​ສ່ວນບຸກຄົນ​ຜ່ານ​ເຄືອ​ຂ່າວ ອິນ​ເຕີ​ເນັດ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ມ່ວນ​ຊື່ນ​ທີ່​ສຸດ​ເມື່ອ​ບັນລຸ​ໄດ້​ລາງວັນ​ທີ 1 ຂອງ​ການ​ເສັງ​ນີ້, ຜ່ານ​ບັນດາ​ຄວາມ​ຮູ້​ໂດຍ​ພື້ນຖານ​ທີ່​ໄດ້​ຮຽນ​ຢູ່​ໂຮງຮຽນ​ ​ແລະ ຜ່ານ​ການ​ເສັງ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ຮັບ​​ເອົາ​ຄວາມ​ຮູ້​​ໄດ້ຫຼາຍ​ຢ່າງ​ກ່ວາ​ເພື່ອ​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ລັດທິ ມາກ, ​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ ຢ່າງ​ສົມບູນ​ກ່ວາ. ​ແລະ ບັນດາ​ຄວາມ​ຮູ້​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ຮຽນ​ດີ​ກ່ວາ​ໃນ 5 ປີ​ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ”

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 2

ສະຖານທູ​ດຫວຽດນາມ ປະຈຳ ຝຣັ່ງ ​ໄດ້​ວາງ​ພວງມາລາ ຢູ່​ອະນຸສາ​ວະລີລຸງ​ໂຮ່

ຢູ່​ຝຣັ່ງ, ວັນ​ທີ 18/5, ສະຖານທູດ​ຫວຽດນາມ ປະຈຳ ຝຣັ່ງ, ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ຢູ່​ຝຣັ່ງ ​ແລະ ພໍ່​ແມ່​ພີ່ນ້ອງຊາວ​ຫວຽດນາມ ​​ອາ​ໄສ​ຢູ່​ຝຣັ່ງ ​ແລະ ​ເພື່ອນ​ມິດ ຝຣັ່ງທີ່​ຮັກ​ແພງ​ກັບ ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ ຢູ່​ຮ້ານ​ບູຊາປະທານ ​ໂຮ່ຈີ​ມິ​ນ ​​ໃນ​ບໍ​ລິ​ເວນ​ຂອງ​ສະຖານທູດ, ວາງ​ພວງມາລາ, ອາ​ໄລ​ຫາ​ຢູ່​ບ່ອນ​ທີ່​ປະທານ​ໂຮ່ຈີ​ມິ​ນ ຢູ່ອາ​ໄສ ​ໃນ​ຕະຫຼອດ​ໄລ​ຍະດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ​ເຄື່ອນ​ໄຫວ​ປະຕິວັດ​ຢູ່ ຝຣັ່ງ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ພະນັກງານ, ພາລະ​ກອນ​ສະຖານທູ​ດຝຣັ່ງ, ບັນດາ​ອົງ​ການ​ຕາງໜ້າ​ຂອງ​ຫວຽດນາມ ປະຈຳ ຝຣັ່ງ ​ໄດ້​ວາງ​ພວງມາລາ ຢູ່​ອະນຸສາ​ວະລີລຸງ​ໂຮ່ ທີ່​ສວນ​ສະ​ທາ​ລະນະ Montreuil, ຢູ່​ນະຄອນ Montreuil, ຊານ​ນະຄອນ ປາຣີ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Duong Chi Dung ​ເວົ້າ​ວ່າ:

“​ຄາວຍັງ​ມີ​ຊີວິ​ດຢູ່, ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ​ສູ້​ຊົນ ​ເພື່ອ​ຄວາມ​ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຝຣັ່ງ ​ແລະ ລະຫວ່າງ​ປະຊາຊົນ 2 ປະ​ເທດ​ພວກ​ເຮົາ. ​ໃນ​​ເຂດ​ດິນ​​ນີ້, ກ່ອນ​ນີ້ 100 ປີ, ປະທານ​ ​ໂຮ່ຈີ​ມິນ ​ໄດ້​ມາ​ຊອກ​ຫາ​ເສັ້ນ​ທາງ​ປົດ​ປ່ອຍ​ຊາດ​ໃຫ້​ແກ່​ປະ​ເທດຊາດ ​ແລະ ປະຊາຊົນ​ຫວຽດນາມ. ​ໃນ​ເຂດ​ດິນ​​ນີ້, ​ເພີ່ມ​ໄດ້​ປະ​ໄວ້​ບັນດາ​ອະນຸສອນ​ທີ່​ບໍ່​ອາດຫຼົງ​ລືມ​ໄດ້. ຂ້າພະ​ເຈົ້າ​ຫວັງ​ວ່າ: ​ໃນ​ບັນຍາກາດ​ສັນຕິພາບ, ມິ​ດຕະພາບ ​ແລະ ການ​ຮ່ວມ​ມື ​ເຊິ່ງປະທານ​ໂຮ່ຈີ​ມິນ ​ໄດ້​ສູ້​ຊົນ​ປະຕິບັດ, ພວກ​ເຮົາ​ຈະ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ພົວພັນ​ສະໜິດ​ຕິດ​ພັນ​ລະຫວ່າງ 2 ຊາ​ດພວກ​ເຮົາ.”

        ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ​ປະຈຳ​ຈີນ ​ແລະ Angieri ກໍ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິ​ນ.

        ຢູ່​​ເຂດ​ອະນຸສອນ​ສະຖານ ​ເລ​ນິນ ຢູ່​ນະຄອນ Ulianopxco, ​ແຂວງ Ulianopxco, ສະຫະພັນ​ ລັດ​ເຊຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ “​ໂຮ່ຈີ​ມິນ - ນັກ​ວິລະ​ຊົນປົດ​ປ່ອຍ​ຊາດ​ຫວຽດນາມ, ນັກ​ວັດທະນະທຳ​ທີ່​ດີ​ເດັ່ນ”. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ 120 ຮູບ​ພາບ, ​ເອກະສານ, ວັດ​ຖຸພັນ ​ແລະ ຟິບຮູບ​ເງົາ​ເອກະສານ​ແນະນຳ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມິນ ​ແລະ ​ແນະນຳ​ກ່ຽວ​ກັບ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອງ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ​ໂຊ​ວຽດ​ໃນ​ເມ​ື່ອກ່ອນ.​..​

        ຕອນ​ເຊົ້າວັນ​ທີ 18/5, ສະມາຄົມ​ຊາວ​ກຳປູ​ເຈຍ ​​ເຊື້ອ​ຊາດ​ຫວຽດນາມ ຢູ່​ນະຄອນຫຼວງ ພະນົມ​ເປັນ​ກໍ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​​ເກີດ​ປະທານ ​ໂຮ່ຈີ​ມິນ.

        ​​ແລະ​ກໍ​ໃນ​ວັນ​ທີ 19/5, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂ​ວງ ອູດ​ອນທານີ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ​ໄທ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ໄດ້​ເປີດ​ສະຫຼອງ​ເຮືອນ​ວາງສະ​ແດງ​ກ່ຽວ​ກັບ​​ການເຄື່ອນ​ໄຫວ​ຂອງລຸງ​​ໂຮ່ ຢູ່​ໄທ.

​        ເນື່ອງ​ໃນ​​ໂອກາດສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກ​ີດປະທານ ​ໂຮ່ຈີ​ມິນ, ບັນດາ​ໜັງສືພິມ​ຂອງ​ລາວ ​ໄດ້​ມີ​ບົດ​ຂຽນ​ຫຼາຍ​ບົດ​ກ່ຽວ​ກັບ​ບັນດາ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຕໍ​ການ​ປະຕິວັດ​ຫວຽດນາມ ​ແລະ ປະຕິວັດ​ລາວ ​ແລະ ​ແບບຢ່າງ​ຄຸນສົມບັດ​ຂອງ​ເພີ່ນ.


ຂ່າວ/ບົດ​ອື່ນ