ລາຍການສິລະປະສະເຫລີມສະຫລອງ 125 ປີ
ແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ
|
(vovworld)- ວັນທີ 19/5 ແມ່ນວັນສະເຫລີມສະຫລອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ (19/5/1890-19/5/2015). ໃນຊຸມມື້ຜ່ານມາ, ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ດຳເນີນການເຄືື່ອນໄຫວຫລາຍຢ່າງເພື່ອອາໄລຫາ, ເຊີດຊູປະທານໂຮ່ຈິມີນ.
ຕອນເຊົ້າວັນທີ 19/5, ຢູ່ນະຄອນໂຮ່ຈິມີນ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ ຢູ່ຫໍພິພິດທະພັນໂຮ່ຈິມີນ ສາຂາ ນະຄອນໂຮ່ຈິມີນ. ກ່ອນຫນ້ານັ້ນ ຕອນຄ່ຳວັນທີ 18/5, ຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ ແລະ ໂທລະພາບຫວຽດນາມ ປະຕິບັດລາຍການຖ່າຍທອດສົດພິເສດ ທີ່ສຸສານປະທານໂຮ່ຈິມີນ ຢູ່ ຮ່າໂນ້ຍ ແລະ ບ້ານ ຮ່ວາງຈູ ຕາແສງກີມລຽນ ເມືອງນາມດ່ານ ແຂວງ ເງ້ອານ- ບ້ານເກີດເມືອງນອນຂອງເພີ່ນ. ລາຍການດັ່ງກ່າວແມ່ນສ່ອງແສງໄລຍະທາງທີ່ທ່ານປະທານໂຮ່ຈິມີນ ເຄື່ອນໄຫວຢູ່ຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ.
ແລະກໍໃນໂອກາດນີ້, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອຍ້ອງຍໍຄຸນງາມຄວາມດີຂອງປະທານໂຮ່ຈິມີນທີ່ມີຕໍ່ປະເທດຊາດ. ນອກນັ້ນ ຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດຄື: ທາຍງວຽນ, ດົ່ງນາຍ, ຟູທໍ້, ບີງດີ້ງ, ດັກນົງ, ກວ໋າງຈີ້, ບີງທ້ວນ… ກໍໄດ້ຈັດຕັ້ງການເຄື່ອນໄຫວຢ່າງຟົດຟື້ນຫລາຍຢ່າງເພື່ອສະເຫລີມສະຫລອງ 125 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈິມີນ.
ເນື່ອງໃນໂອກາດນີ້, ຢູ່ລັດະເຊຍ, ມະຫາວິທະຍາໄລແຫ່ງຊາດ Sain Petersbutg ໄດ້ດຳເນີນກອງປະຊຸມສຳມະນາສາກົນ ໃນວັນທີ 18/5 ດ້ວຍຫົວຂໍ້ວ່າ: ມໍລະດົກໂຮ່ຈິມີນ ແລະ ຍຸກປະຈຸບັນ. ແລະກໍໃນຕອນຄ່ຳວັນດຽວກັນ, ຢູ່ ແຂວງ ນະຄອນພະນົມ ປະເທດໄທ ໄດ້ດຳເນີນລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ -ລາວ - ໄທ. ຢູ່ທີ່ນີ້ ບັນດາຜູ້ແທນໄດ້ຢືນຢັນ ລາຍການ “ຕາມຮອຍຕີນ ປະທານໂຮ່ຈິມີນ” ແມ່ນການເຄື່ອນໄຫວມີຄວາມໝາຍ ຊ່ວຍໃຫ້ຜູ້ແທນສາມປະເທດ ຫວຽດນາມ,ລາວ ແລະ ໄທ ເຂົ້າໃຈກ່ຽວກັບຊຸມເດືອນປີ ທ່ານປະທານໂຮ່ຈິມີນ ເຄື່ອນໄຫວປະຕິວັດຢູ່ ລາວ ແລະ ໄທ(ໄລຍະ 1928-1929) ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສາມປະເທດ.