(VOVWORLD) - ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ບາກລຽວ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018)
ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018), ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ດົ່ງທາບ ແລະ ສະມາຄົມນັກສຶກສາ ຫວຽດນາມ ຂອງແຂວງ ໄດ້ສົມທົບກັນຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາ 18 ຄົນ ແລະ 4 ໝູ່ຄະນະທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ”; ປະເພດບຸກຄົນມີ 4 ຄົນໄດ້ຮັບນາມມະຍົດ “ນັກຮຽນ ເຝິກຝົນຫລໍ່ຫຼອມ 3 ປະການ” ໃນສົກຮຽນ 2016 – 2017.
ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ບາກລຽວ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018), ເພື່ອແນໃສ່ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການເຄື່ອນໄຫວຂະບວນການປີ 2017. ທີ່ພິທີສະເຫຼີມສະຫຼອງ, ຄະນະຊາວໜຸ່ມແຂວງ ບາກລຽວ ໄດ້ຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາໃນແຂວງ ບາກລຽວ ຈົ່ງພະຍາຍາມເສີມຂະຫຍາຍເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມູນເຊື້ອວິລະຊົນປະຕິວັດຂອງຊາດ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ອອກແຮງແຂ່ງຂັນຝຶກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດ, ຄວາມສາມາດ, ກໍ່ຮ່າງສ້າງຕົວ ແລະ ປົກປັກຮັກສາປະເທດຊາດ.