ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ99ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍຢູ່ຫວຽດນາມແລະໂລກ
(ຄະນະຜູ້ແທນນະຄອນຮ່າໂນ້ຍ
ໄດ້ໄປວາງພວງມາລາຢູ່ອະນຸສາວະລີ Vladimir I.Lenin)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (07/11/1917 – 07/11/2016), ຕອນເຊົ້າວັນທີ 07/11, ຄະນະຜູ້ແທນນະຄອນຮ່າໂນ້ຍ ໂດຍທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ນຳໜ້າ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ Vladimir I.Lenin ທີ່ສວນດອກໄມ້ ຈີລັງ, ເມືອງບາດິ່ງ, ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄປປະຈຳປີຂອງນະຄອນຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນຕຸລາລັດເຊຍ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ Vladimir I.Lenin, ຜູ້ນຳທີ່ຍິ່ງໃຫຍ່, ນັກການເມືອງດີເດັ່ນ, ເປັນອາຈານຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານທົ່ວໂລກ ແລະ ການປະຕິວັດເດືອນຕຸລາລັດເຊຍ ທີ່ຍິ່ງໃຫຍ່. ແລະກໍໃນຕອນເຊົ້າວັນດຽວກັນ, ໄວໜຸ່ມນະຄອນຫຼວງ, ບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີ Vladimir I.Lenin ເຊັ່ນດຽວກັນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ, ບັນດາໜັງສືພິມໃຫຍ່ຂອງຫວຽດນາມ ສະບັບອອກວັນທີ 07/11, ໄດ້ມີຂ່າວ, ບົດກ່ຽວກັບເຫດການປະຫວັດສາດນີ້. ໜັງສືພິມ ເຍີນເຢີນ (ປະຊາຊົນ) ໄດ້ລົງບົດຂຽນຢືນຢັນຈະເດີນຕາມເສັ້ນທາງໂດຍ Lenin ຜູ້ຍິ່ງໃຫຍ່ໄດ້ວາງອອກ, ເສັ້ນທາງຂອງການປະຕິວັດເດືອນຕຸລາ, ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ. ໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ) ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ການປະຕິວັດເດືອນຕຸລາສືບຕໍ່ເຍືອງທາງໃຫ້ພວກເຮົາກ້າວໄປ”, ໂດຍຊີ້ແຈ້ງວ່າ ການປະຕິວັດເດືອນຕຸລາ ໄດ້ສ້າງເງື່ອນໄຂໃຫ້ບັນດາຊາດທີ່ຖືກກົດຂີ່ຂູດຮີດລຸກຂຶ້ນປົດປ່ອຍຕົນເອງ. ສ່ວນໜັງສືພິມ ໄຊງ່ອນຢາຍຟ໋ອງ (ໄຊງ່ອນບົດປ່ອຍ) ໄດ້ມີບົດຂຽນດ້ວຍຫົວຂໍ້ “ຍາມໃດການປະຕິວັດເດືອນຕຸລາກໍ່ເຍືອງທາງໃຫ້ການປະຕິວັດຫວຽດນາມ ຕະຫຼອດໄປ”. ບົດຂຽນຢືນຢັນວ່າ, ເກືອບ 1 ທົດສະວັດໄດ້ຜ່ານໄປແລ້ວ, ແຕ່ຄວາມໝາຍຂອງການປະຕິວັດເດືອນຕຸລາ ຍັງຄົງຮັກສາຄຸນຄ່າເດີມສຳລັບຊົນຊັ້ນກຳມະກອນ, ຜູ້ອອກແຮງງານໃນທົ່ວໂລກ, ພິເສດແມ່ນການປະຕິວັດຂອງຫວຽດນາມ.