ການເຄື່ອນໄຫວທີ່ເປັນເອກະລັກສະເພາະໃນງານມະໂຫລານສີລະປະຂັບແທນ,ພິນຕິ໋ງ 2018

(VOVWORLD) - ງານມະໂຫລານແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ, ນັກສິລະປະການ, ນັກສະແດງຂັບແທນ, ພິນຕິ໋ງ ຂອງຊາວເຜົ່າ ໄຕ - ນຸ່ງ - ທ໋າຍ ໄດ້ພົບປະແລກປ່ຽນ
ການເຄື່ອນໄຫວທີ່ເປັນເອກະລັກສະເພາະໃນງານມະໂຫລານສີລະປະຂັບແທນ,ພິນຕິ໋ງ 2018 - ảnh 1ພາບປະກອບ

ງານມະໂຫລານສີລະປະຂັບແທນ, ພິນຕິ໋ງ ບັນດາຊົນເຜົ່າ ໄຕ - ນຸ່ງ - ທ໋າຍ ທົ່ວປະເທດຄັ້ງທີ 6 ປີ 2018 ໄຂຂຶ້ນໃນຕອນຄ່ຳວັນທີ 13 ພຶດສະພາ, ຢູ່ນະຄອນ ຮ່າຢາງ. ໂດຍໄດ້ຮັບການຈັດຂຶ້ນໃນວັນທີ 13 – 14 ພຶດສະພາ, ງານມະໂຫລານແມ່ນໂອກາດແນະນຳ, ເຊີດຊູ, ອະນຸລັກຮັກສາ ແລະ ພັດທະນາສິລະປະຂັບແທນ, ພິນຕິ໋ງ - ເຊິ່ງເປັນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະໄດ້ສະໜິດຕິດພັນກັບຊີວິດການເປັນຢູ່ຂອງຊາວເຜົ່າ ໄຕ - ນຸ່ງ - ທ໋າຍ. ງານມະໂຫລານແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ, ນັກສິລະປະການ, ນັກສະແດງຂັບແທນ, ພິນຕິ໋ງ ຂອງຊາວເຜົ່າ ໄຕ - ນຸ່ງ - ທ໋າຍ ໄດ້ພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນ, ເສີມຂະຫຍາຍບັນດາຄຸນຄ່າ, ຈຸດວັດທະນະທຳມູນເຊື້ອທີ່ດີງາມຂອງເຜົ່າຕົນ. ທ່ານ ຫງວຽນຮົ່ງຫາຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າຢາງ, ໃຫ້ຮູ້ວ່າ:

        “ຮອດຈຸດເວລານີ້, ທຸກໆວຽກງານກະກຽມໃຫ້ຄ່ຳຄືນໄຂງານບຸນ ແລະ ບັນດາການເຄື່ອນໄຫວເຊິ່ງຈະຈັດຕັ້ງຢູ່ງານບຸນໄດ້ຮັບການປະຕິບັດສຳເລັດແລ້ວ. ງານບຸນນີ້ໂດຍມີການເຂົ້າຮ່ວມຂອງ 14 ແຂວງ ແລະ ການເຄື່ອນໄຫວຂອງແຕ່ລະຄະນະໄດ້ນຳເຂົ້າລາຍການແລ້ວ. ນັບແຕ່ເມື່ອໄດ້ຮັບເປັນເຈົ້າພາບຈັດງານບຸນ, ແຂວງ ຮ່າຢາງ ໄດ້ກະກຽມແຕ່ຕົ້ນປີ ເພື່ອໃຫ້ງານບຸນບັນລຸຜົນສຳເລັດດີງາມທີ່ສຸດ.”

ການເຄື່ອນໄຫວທີ່ເປັນເອກະລັກສະເພາະໃນງານມະໂຫລານສີລະປະຂັບແທນ,ພິນຕິ໋ງ 2018 - ảnh 2ການວາງສະແດງໃນງານບຸນ

ຕອບກັບ

ຂ່າວ/ບົດ​ອື່ນ