ການເຄື່ອນໄຫວພິທີ, ງານບຸນຕ່າງໆໃນໂອກາດຕົ້ນປີ
"ວັດເຟີດຕິກ (ຕາແສງເຟີດຕິກ - ເມືອງຕຽນຢູ - ບັກນິງ)"
(vovworld) - ວັນທີ 22/2, ນັກທ່ອງທ່ຽວນັບໝື່ນຄົນທີ່ມາຈາກທຸກສາລະທິດ ໄດ້ມາຍັງວັດເຟີດຕິກ (ຕາແສງເຟີດຕິກ - ເມືອງຕຽນຢູ - ບັກນິງ) ເພື່ອເຂົ້າຮ່ວມງານບຸນພາວະນາຂໍໃຫ້ປະເທດມີຄວາມສະຫງົບປະຊາຊົນຢູ່ເຢັນເປັນສຸກ, ມີຄວາມໂຊກດີ. ວັດເຟີດຕິກ ຍັງມີຊື່ວ່າ ວ້ານຟຸກຕື້ ແມ່ນແຫ່ງທຳອິດທີ່ບັນດາພະສົງຈາກອິນເດຍມາສອນພຸດທະສາສະໜາຢູ່ຫວຽດນາມ.
ໃນວັນດຽວກັນ, ຢູ່ຕາແສງດົ່ງກີ້, ເທດສະບານຕື່ເຊີນ (ແຂວງບັກນິງ) ໄດ້ດຳເນີນພິທີແຫ່ກະໂພກດົ່ງກີ້ຂະໜາດໃຫຍ່ສອງໜ່ວຍ, ອັນໄດ້ດຶງດູດນັບພັນຄົນເຂົ້າຮ່ວມ. ເຖິງວ່າຈະແມ່ນໝາກກະໂພກປອມກໍ່ຕາມ ແຕ່ຄວາມໝາຍ ແລະ ບັນດາພິທີທີ່ເປັນມູນເຊື້ອຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ, ຍ້ອນເຫດນັ້ນພິທີແຫ່ງກະໂພກດົງກີ້ ປີໃດກໍ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ສາກົນມາຢາມແຂວງບັກນິງ ເປັນຈຳນວນຫຼວງຫຼາຍກ
ຕອນຄຳ່ວັນທີ 22/2, ຢູ່ແຂວງໄຕນິງ, ໄດ້ເປີດງານບຸນລະດູບານໃໝ່ພູບ່າ ແລະ ງານພົບປະສ້າງສັນຊາວຫວຽດນາມຢູ່ຕ່າງປະເທດກັບເມືອບ້ານຕ້ອນຮັບບຸນເຕັດປີມະແມ 2015. ງານບຸນລະດູບານໃໝ່ພູບ່າ ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີແຕ່ວັນທີ 4 - 16 ເດຶອນຈຽງ.
ຢູ່ນະຄອນໂຮ່ຈີມິນ, ຕອນຄຳ່ວັນທີ 22/2, ໄດ້ປິດງານບຸນຖະໜົນດອກໄມ້ ແລະ ຖະໜົນປຶ້ມຢູ່ຖະໜົນຮ່າມງີ. ໃນ 7 ມື້ແຫ່ງການດຳເນີນ, ໄດ້ມີແຂກມາຊົມກວ່າ 1,5 ລ້ານຄົນ.