ຄະນະຜູ້ແທນ ຫວຽດນາມ ເຮັດວຽກຢູ່ລາວ
(vovworld)- ໃນຕອນເຊົ້າ ວັນທີ 28/10, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ພວມຢ້ຽມຢາມລາວ ໄດ້ມີການເຮັດວຽກ ກັບ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ. ທີ່ການເຮັດວຽກ, ສອງຝ່າຍໄດ້ລາຍງານໃຫ້ກັນຮູ້ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ສະພາບການ ແລະ ຜົນການເຄື່ອນໄຫວ ຂອງຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ. ສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ການກຳນົດທິດວຽກງານຂົນຂວາຍປະຊາຊົນຂອງພັກໃນສະພາບການໃໝ່, ພ້ອມທັງ ຢືນຢັນ ຈະສົມທັບກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງປະເທດຢ່າງມີປະສິດທິຜົນ, ໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງເລິກໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນຄົນ ເປັນຕົ້ນແມ່ນຄົນລຸ່ນໜຸ່ມ ກ່ຽວກັບມູນເຊື້ອສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ.