ການເຄື່ອນໄຫວລະນຶກວັນຄ້າຍວັນເກີດພົນເອກ Vo Nguyen Giap ຄົບຮອບ 102 ປີ

ການເຄື່ອນໄຫວລະນຶກວັນຄ້າຍວັນເກີດພົນເອກ Vo Nguyen Giap ຄົບຮອບ 102 ປີ - ảnh 1
ພົນເອກ ຫວໍ ງວຽນ ຢາບ
ພາບ: internet

(vovworld) - ​ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ພົນ​ເອກ Vo Nguyen Giap ຄົບຮອບ 102 ປີ (25/8/1911 - 25/8/2012) ​ໄດ​້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ອວຍພອນ​ພົນ​ເອກ. ຕອນ​ເຊົ້າ​ວັນ​ທີ 25/8,​ ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ທ່ານ Phung Quang Thanh  ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ ນຳ​ຫນ້າ ​ໄດ້​​ມາ​ຢ້ຽມຢາມ ​ແລະ ອວຍພອນ​ພົນ​ເອກ Vo Nguyen Giap ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ອາຍຸ​ໝັ້ນ​ຍືນ ​ເພື່ອ​ສືບ​ຕໍ່​ລະດົມ​ກຳລັງ​ໃຈ​ໃຫ້ທົ່ວ​ພັກ, ທົ່ວກອງທັບ, ທົ່ວ​ປວງ​ຊົນ ສືບ​ຕໍ່​ປະຕິບັດ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າ​ງມີ​ໄຊ.  ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະມາຄົມ​ວິທະຍາສາດ​ປະຫວັດສາດ ຫວຽດນາມ ກໍ​ໄດ້​ຈັດການ​ພົບ​ປະ​ສັງ​ສັນ​ບັນດາ​ນັກວິທະຍາສາດ​ປະຫວັດສາດ ​ແລະ ຄອບຄົວ​ພົນ​ເອກ Vo Nguyen Giap ​ເພື່ອ​ອວຍພອນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພີ່ນ

 

ຂ່າວ/ບົດ​ອື່ນ