(ພາບປະກອບ:haiduong.gov.vn)
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6), ຕອນເຊົ້າວັນທີ 20/6, ຄະນະນຳກອງບັນຊາການທະຫານເຂດ 7 ໂດຍທ່ານພົນຈັດຕະວາຟຸ່ງເທກວາງ ຮອງຜູ້ບັນຊາການທະຫານເຂດ 7 ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ປະຈຳນະຄອນໂຮ່ຈິມິນ. ທ່ານພົນຈັດຕະວາຟຸ່ງເທກວາງ ໄດ້ພວຍພອນບັນດາຜົນງານໃນວຽກງານໂຄສະນາຂອງພະນັກງານ, ນັກຂ່າວ, ບັນນາ ທິການວິທະຍຸກະຈາຍສຽງຫວຽດນາມ ປະຈຳນະຄອນໂຮ່ຈິມິນ ແລະ ບັນດາແຂວງທາງທິດຕາເວັນອອກຂອງພາກໃຕ້ຫວຽດນາມ. ພິເສດ, ໂດຍແມ່ນຫົວໜ່ວຍແຮກສ່ຽວກັບທະຫານເຂດ 7, ໃນໄລຍະຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ປະຈຳນະຄອນໂຮ່ຈິມິນ ໄດ້ປະຕິບັດວຽກງານໂຄສະນາກ່ຽວກັບບັນດາການເຄື່ອນໄຫວ, ເຫດການພົ້ນເດັ່ນຂອງກຳລັງປະກອບອາວຸດທະຫານເຂດ 7 ເປັນຢ່າງດີ, ໂດຍສະເພາະແມ່ນໄດ້ສົມທົບກັນຈັດຕັ້ງການຜະລິດລາຍການສິລະປະຂອງໄວໜຸ່ມກຳລັງປະກອບອາວຸດທະຫານເຂດ 7.
ໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳລາວ ແລະ ປະຈຳສະຫະພັນລັດເຊຍ ກໍໄດ້ຈັດບັນດາການເຄື່ອນໄຫວອວຍພອນເຊັ່ນດຽວກັນ