ການເຄື່ອນໄຫວສະເຫຼີມ ສະຫຼອງວັນຊາດ ຫວຽດນາມ 2/9 ຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫຼີມ ສະຫຼອງວັນຊາດ ຫວຽດນາມ 2/9 ຢູ່ຕ່າງປະເທດ - ảnh 1
ສະມາຄົມ​ມິ​​ດຕະພາບ ລາວ - ຫວຽດນາມ ອວຍພອນສະຖານທູດ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນຊາດ  ຫວຽດນາມ

(vovworld) - ວັນ​ທີ 27/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ຄະນະ​ຜູ້​ແທນ​ສະມາຄົມ​ມິ​​ດຕະພາບ ລາວ - ຫວຽດນາມ ​ໂດຍ​ທ່ານ ພັນ​ຄຳ ວິພາ​ວັນ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ ລາວ, ປະທານ​ສະມາຄົມ​ມິດຕະພາບ ລາວ ຫວຽດນາມ ​ໄດ້​ໄປ​ຍັງ​ສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນ​ວັນຊາດ (2/9) ຄັ້ງ​ທີ 68 ຂອງ ຫວຽດນາມ. ທ່ານ ພັນ​ຄຳ ວິພາ​ວັນ ຢືນຢັນ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ ​ໄກສອນ ພົມວິຫານ ພ້ອມ​ກັບ​ການ​ນຳ​ລຸ່ນຕ່າງໆ​ຂອງ 2 ປະ​ເທດ​ເພີ່ມ​ພຸ​ນຄຸນ​ສ້າງ​ແມ່ນ​ຊັນ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ​ຄວນ​ໄດ້​ຮັບ​ການ​ຮັກສາ ​ແລະ ສືບ​ທອດ​ໃຫ້​ລຸ່ນຫຼັງ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ພໍ່​ແມ່​ປະຊາຊົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ທ່ານ ຕະຢູຍຈີ໋ງ ​ໄດ້​ທົບ​ທວນຄືນ​ປະຫວັດສາດ​ທີ່​ອົງອາດ​ກ້າ​ຫານ​ຂອງ​ຊາດ, ພ້ອມ​ທັງ​ທົບ​ທວນຄືນ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ທີ່​ບັນລຸ​ໄດ້​ໃນ​​ໄລຍະ​ຜ່ານ​ມາ. ກ່ຽວ​ກັບ​ການ​ພົວພັນ​ການ​ຄ້າ​ກັບ ອິດສະຣາ​ແອນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຮູ້​ວ່າ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວົງ​​ເງິນ​ຄ້າຂາຍ​ລະຫວ່າງ 2 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ສູງ, ບັນ​ລຸ​ມູນ​ຄ່າ​ເກືອບ 1 ຕື້ USD ​ໃນ​ປີ 2012 ​ແລະ ພວມ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ປີ 2013.

 

ຂ່າວ/ບົດ​ອື່ນ