ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ

ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ - ảnh 1
ທ່າ​ນ​ຝ້າມກວາງ​ງິ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ


(vovwolrd)- ຕອນ​ເຊົ້າ​ວັນ​ທີ 19/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ນະ​ຄອນ​ຮ້າ​ໂນ້ຍ​ໄດ້​ຈັດ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ. ຢູ່ທີ່ນີ້ , ທ່າ​ນ​ຝ້າມກວາງ​ງິ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ບົດ​ຮຽນ​ອັນປະ​ເສີດ​ເລີດ​ລ້ຳ​ຈາກ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ທ່າ​ນ​ຝ້າມກວາງ​ງິ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຢືນ​ຢັນ​ວ່າ ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ​ຄຸນ​ນະ​ທາດ, ສະ​ຕິ​ປັນ​ຍາ​ຂອງ​ຊາ​ດ​ຫວຽດ​ນາມ​ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ທີ່​ສະຫຼາດ​ສ່ອງ​ໃສ​ຂ​ອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ນຳ​ໜ້າ. ທ່າ​ນ​ຝ້າມກວາງ​ງິ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ :

    “  ພວກ​ເຮົາ​ພ້ອມ​ກັນທົບ​ທວນ​ຄືນ​ບັນ​ດາ​ບົດ​ຮຽນ​ອັນປະ​ເສີດ​ເລີດ​ລ້ຳ​ຈາກ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແນ​ໃສ່​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ຂອງ​ການ​ລຸກ​ຮື້​ຂຶ້ນ, ນ້ຳ​ໃຈ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາອະ​ມະ​ຕະ. ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ ແລະ ປະ​ທານ​ໂຮ່​ຈິ​ມິນ​ຜູ້​ຍິ່ງ​ໃຫຍ່, ຖັນ​ແຖວ​ພະ​ນັງານ​ສະ​ມາ​ຊິກ​ພັກ, ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ທຸກ​ຊັ້ນ​ຄົນ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງ​ໆ ແລະ ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ມະ​ຫາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຈົ່ງ​ເຊີດ​ຊູ​ນ້ຳ​ໃຈ​ສາ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວ​າມ​ຫຍຸ້ງ​ຍາກ, ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ພາ​ລະ​ກິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ກໍ່​ສ້າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

ຂ່າວ/ບົດ​ອື່ນ