(vovworld) - ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ວັນຄອບຄົວ ຫວຽດນາມ ພວມໄດ້ຮັບການຈັດຕັ້ງຈາກບັນດາກະຊວງ, ຂະແໜງການຕ່າງໆ. ຢູ່ຮ່າໂນ້ຍ, ວັນຄອບຄົວ ຫວຽດນາມ ປີ 2013 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ຄວາມຮັກແພງ ຄອບຄົວ ຫວຽດນາມ” ໄດ້ຖືກຈັດຂຶ້ນແຕ່ວັນທີ 23 – 29/6, ດ້ວຍການເຄື່ອນໄຫວອຸດົມສົມບຸນຄື: ງານວາງສະແດງ, ການພົບປະແລກປ່ຽນ, ໂອ້ລົມສົນທະນາ, ສະແດງສິລະປະ ເພື່ອແນໃສ່ເຮັດໃຫ້ຫົວຂໍ້ມີລັກສະນະວັດທະນະທຳມະນຸດນີ້ພົ້ນເດັ່ນຂຶ້ນກ່ວາເກົ່າ. ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີລາຍການກະຈາຍສຽງພິເສດແຕ່ເວລາ 8 ໂມງ ຫາ 12 ໂມງວັນທີ 27/6, ດ້ວຍຫົວຂໍ້ວ່າ: ໄຕ້ໄຟແຫ່ງຄວາມຮັກແພງໃນຄອບຄົວ. ລາຍການປະກອບສ່ວນຊີ້ແຈ້ງຄວາມໝາຍ, ຄວາມສຳຄັນ, ມູນເຊື້ອອັນດີງາມຂອງຄອບຄົວ ຫວຽດນາມ, ບັນດາການທ້າທາຍຂອງຄອບຄົວຫວຽດນາມ ໃນປະຈຸບັນ... ເນື່ອງໃນໂອກາດນີ້, ມວນຊົນໄດ້ເຂົ້າຢ້ຽມຊົມ ບັນດາເຂດວາງສະແດງພາບພົດກ່ຽວກັບຄວາມງາມຂອງຄອບຄົວ ຫວຽດນາມ, ບັນດາການເຄື່ອນໄຫວຄອບຄົວຕິດພັນກັບຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳ”, ຮູບແບບ ສະໂມສອນ “ສ້າງຄອບຄົວມີຄວາມຜາສຸກ”, “ວົງຕະກຸນສົ່ງເສີມການຮຳ່ຮຽນ, ຄອບຄົວມັກຮຳ່ຮຽນ.”....
ໃນຕອນເຊົ້າວັນທີ 27/6, ຢູ່ນະຄອນໂຮ່ຈິມິນ, ຄະນະກຳມະການປະຊາຊົນນະຄອນໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍຄອບຄົວຜາສຸກດີເດັ່ນປີ 2013. ທີ່ກອງປະຊຸມ, 128 ຄອບຄົວຜາສຸກທົ່ວນະຄອນໄດ້ຮັບການຍ້ອງຍໍຊົມເຊີຍ. ນີ້ແມ່ນບັນດາຄອບຄົວເປັນແບບຢ່າງດີເດັ່ນໃນຂະບວນການລ້ຽງສອນລູກຫລານເປັນຄົນດີ. ອ້າຍ ເຈີ່ນວັນບິງ ຢູ່ເມືອງ 7, ນະຄອນໂຮ່ຈິມິນ ເວົ້າວ່າ:
“ຂ້າພະເຈົ້າມີຄວາມເປັນກຽດ ແລະ ມີຄວາມສຸກທີ່ສຸດເມື່ອໄດ້ຮັບນາມມະຍົດຄອບຄົວຜາສຸກ. ແຕ່ລະຄອບຄົວແມ່ນຈຸລັງຂອງສັງຄົມ, ຄອບຄົວທີ່ດີ, ສັງຄົມຈຶ່ງດີ. ຂ້າພະເຈົ້າຫວັງວ່າແຕ່ລະຄອບຄົວໃນປະເທດຫວຽດນາມ ຈະສູ້ຊົນກາຍເປັນຄອບຄົວຜາສຸກ”