ການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດ ສ.ສຫວຽດນາມ ຢູ່ກຳປູເຈຍ

ການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດ ສ.ສຫວຽດນາມ ຢູ່ກຳປູເຈຍ - ảnh 1
ສະ​ເຫຼີ​ມສະຫຼອງ​ວັນຊາດ ສ.ສຫວຽດນາມ ຢູ່ກຳ​ປູ​ເຈຍ
( ພາບ: vietnamplus.vn )

(vovworld) -     ຕອນ​ຄໍ່າ​ວັນ​ທີ 30/8, ສະຖານທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ ​ໄດ້​ຈັດ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດຫວຽດນາມ 2/9 ຢູ່​ນະຄອນຫຼວງ ພະ​ນົມ​ເປັນ. ​ເຂົ້າ​ຮ່ວມ​ງານ​ລ້ຽງ​ມີ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Heng Somrin, ທ່າ​ນນາງຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການລັດຖະບານ Men Sam On, ທ່ານ​ລັດຖະມົນ​ຕີ​ກະຊວງ​ຖະ​ແຫຼ​ງຂ່າວ Khieu Kanharith, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຳ​ປູ​ເຈຍ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດຂອງ​ຫວຽດນາມ ຊຶ່ງ​ພວມ​ເຄື່ອນ​ໄຫວ ຢູ່ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ Ngo Anh Dung ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ ຢືດໝັ້ນ​ການປະຕິບັດ​ແນວທາງ​ການຕ່າງປະ​ເທດ​​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ ​ແລະ ​ເປີດ​ກວ້າງ, ​​ເປັນ​ເພື່ອນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີຄວາມ​ຮັບຜິດຊອບ​ໃນ​ວົງ​ຄະນະ​ຍາດ​ສາກົນ, ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ສັດຊື່, ​ຮ່ວມເດີນທາງ​ພ້ອມ​ກັບ​ກຳປູ​ເຈຍ, ຊຶ່ງປະຈຸບັນ​​ພວມ​ເປັນ​ປະທານ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ ​ເພື່ອ​ສ້າງ​ອາ​ຊຽນ ກາຍ​ເປັນ​ປະ​ຊາ​ຄົມ​ເຂັ້ມ​ແຂງ. ທ່ານ​​ເລຂາກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ​ໄດ້​ອວຍ​ພອນ​ໃຫ້ການ​ພົວພັນມິດຕະພາບ​ອັນ​ດີງາມລະຫວ່າງ​ກຳປູ​ເຈ​ຍ ​ແລະ ຫວຽດນາມ ນັບ​ມື້​ນັບ​ໝັ້ນຄົງຂະໜົງ​ແກ່ນ.

ຂ່າວ/ບົດ​ອື່ນ