ການເຄື່ອນໄຫວສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8/3 ຄົບຮອບ 108 ປີ

(VOVWORLD) -ຕອນເຊົ້າວັນທີ 06 ມີນາ, ສະຫະພັນແມ່ຍິງ ນະຄອນ ເກີນເທີ ໄດ້ຈັດກອງປະຊູມສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 08 ມີ ຄົບຮອບ 108 ປີ ແລະ 1978 ປີແຫ່ງການລຸກຮື້ຂຶ້ນຂອງ ຮາຍບາຈຶງ (ສອງພະນາງຈຶງຄື: ຈຶງຈັກ ແລະ ຈຶງຍີ້)

ພ້ອມທັງຕອບສະໜອງຂະບວນ “ແມ່ຍິງstart up ແລະ ແມ່ຍິງປະຕິບັດຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ” ໂດຍສູນກາງສະຫະພັນແມ່ຍິງຫວຽດນາມປຸກລະດົມ. ຕາມທ່າງນາງ ຢຽບທິທູຮົ່ງ, ປະທານສະຫະພັນແມ່ຍິງນະຄອນເກີນເທີແລ້ວ, ປີ 2018, ສະຫະພັນແມ່ຍິງນະຄອນເກີນເທີທຸກຂັ້ນປຸກລະດົມວັນແມ່ຍິງstart up ແລະ ປຸກລະດົມແມ່ຍິງທຸກຄົນເຂົ້າຮ່ວມການກໍ່ສ້າງບັນດາຮູບການຜະລິດສິນຄ້າ, ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນຂະແໜງການປູກຝັງ, ລ້ຽງປູກສິນໃນນ້ຳ.

        ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງແຂວງດົງນາຍກໍໄດ້ສົມທົບກັບ ຄ້າຍຄຸ້ມຂັງ ຊວນໂລກ, ເມືອງຊວນໂລກ, ແຂວງດົງນາຍ, ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວເລື່ອງສະເພາະ ແລະ ປຸກລະດົມການແຂ່ງຂັນຂຽນ “ຄວາມຝັນມື້ກັບຄືນເມືອ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 08 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ