(ພາບປະກອບ)
(vovworld) – ຕອນຄ່ຳວັນທີ 17/5, ຢູ່ ບ້ານແຊນ, ຕາແສງ ກີມລຽນ, ເມືອງ ນາມດ່ານ, ແຂວງເງະອານໄດ້ໄຂ ງານບຸນບ້ານແຊນ ປີ 2016 ຂື້ນ. ງານບຸນບ້ານແຊນ ປີ 2016 ດຳເນີນແຕ່ວັນທີ 15-19/5 ດ້ວຍການເຄື່ອນໄຫວທີ່ ຟົດພື້ນຫຼາຍຢ່າງ ຢູ່ ເມືອງນາມດ່ານ, ແຂວງເງະອານ, ອັນໄດ້ດຶງດູດການເຂົ້າຮ່ວມ ຂອງປະຊາຊົນຢ່າງຫຼວງຫຼາຍ. ນອກຈາກບັນດາພິທີກຳອັນສົມກຽດເຊັ່ນ: ພິທີຖະຫວາຍທູບທຽນບູຊາ, ພິທີແຈ້ງຜົນງານຕໍ່ ປະທານໂຮ່ຈີມິນ… ກໍ່ຍັງມີງານປະກວດສຽງເພງບ້ານແຊນ ໂດຍມີການເຂົ້າຮ່ວມ ຂອງບັນດາຄະນະສີລະປະມະຫາຊົນ ໃນທົ່ວແຂວງ; ສາຍຮູບເງົາ ກ່ຽວກັບຫົວເລື່ອງລຸງໂຮ່; ງານຕັ້ງຄ້າຍ, ວາງສະແດງຮູບພາບ, ຈັດການລະຫຼີນພື້ນເມືອງ, ປະກວດ “ນາງງາມ ບຸນບ້ານແຊນ”, ປ່ອຍວ່າວ.