ລາຍການຖ່າຍທອດສົດດ້ວຍຊື່ວ່າ “ກັບເມືອ ດ້ຽນບຽນ”
(ພາບ:
dienbientv.vn)
(vovworld) - ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ( 7/5/1954 – 7/5/2014 ), ຕອນຄຳ່ວັນທີ 16/3, ຢູ່ເຂດປູຊະນີຍະຊະຖານ ພູ A1, ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ວິທະຍຸກະຈາຍສຽງ - ໂທລະພາບ ດ້ຽນບຽນ ສົມທົບກັບວິທະຍຸກະຈາຍສຽງ - ໂທລະພາບ ທ໋າຍງວຽນ ຈັດຕັ້ງລາຍການຖ່າຍທອດສົດດ້ວຍຊື່ວ່າ “ກັບເມືອ ດ້ຽນບຽນ”. ຢູ່ ດ້ຽນບຽນ ແມ່ນບັນດາລາຍການພົບປະແລກປ່ຽນລະຫວ່າງບັນດາອະດີດນັກຮົບເກົ່າ, ບັນດາລາຍການສາລະຄະດີກ່ຽວກັບບັ້ນຮົບ ດ້ຽນບຽນຝູ. ຢູ່ ທ໋າຍງວຽນ ແມ່ນລາຍການ “ກັບເມືອ ດ້ຽນບຽນ” ດ້ວຍຫົວຂໍ້ວ່າ “ ຈາກ ATK ເຖີງ ດ້ຽນບຽນຝູ “ ຢັ້ງຢືນທີ່ຕັ້ງ ATK ຫວຽດບັກ, ໃນນັ້ນມີ ທ໋າຍງວຽນ ແມ່ນສະຖານທີ່ເລີ່ມຕົ້ນບັ້ນຮົບ ດ້ຽນບຽນຝູ.
ໃນຂະນະນັ້ນ, ຕອນບ່າຍວັນທີ 16/3, ຢູ່ເຂດປູຊະນີຍະຊະຖານປະຫວັດສາດທາງສາມແຍກ ກໍ່ນ່ອຍ (Cò Nòi), ເມືອງ ມາຍເຊີນ ແຂວງ ເຊີນລາ, ຄະນະຜູ້ແທນ “ ກັບເມືອຫາກົກເຄົ້າ - ຜ່ານເຂດ ໄຕບັກ “ ຊຶ່ງລວມມີບັນດາອະດີດນັກຮົບເກົ່າ ດ້ຽນບຽນ ຈັດຕັ້ງພິທີຖະຫວາຍທູບທຽນເພື່ອອາໄລຫາ ແລະ ຈາລຶກບຸນຄຸນຂອງບັນດາຊາວໜຸ່ມອາສາສະໝັກໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃນບັ້ນຮົບ ດ້ຽນບຽນຝູ.