ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັດຊາດທີ2ກັນຍາ


ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັດຊາດທີ2ກັນຍາ - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງສິ​ລະ​ປະ​​ , ງານ​ລາ​ຕີໄວ​ໜຸ່ມດ້ວຍ​ຫົວ​ຂໍ້ "ຄວາມ​ເຊື່ອ​ຫມັ້ນ​ຂອງ​ຫວຽດ​ນາມ​. ຄວາມ​ເຂັ້ມ​ແຂງ​ຂອງ​ຫວຽດ​ນາມ

(vovworld) – ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງສິ​ລະ​ປະ​​, ງານ​ລາ​ຕີໄວ​ໜຸ່ມດ້ວຍ​ຫົວ​ຂໍ້ "ຄວາມ​ເຊື່ອ​ຫມັ້ນ​ຂອງ​ຫວຽດ​ນາມ​. ຄວາມ​ເຂັ້ມ​ແຂງ​ຂອງ​ຫວຽດ​ນາມ "ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຄົບ​ຮອບ 70 ປີຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ແລະ​ວັນ​ຊາດ​ຫວຽດ​ນາມ (2 ກັນ​ຍາ​) ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມຫຼວງ Ba Dinh ທີ່​ຮ່າ​ໂນ້ຍ​ໃນ​ຕອນ​​ຄ່ຳ​ວັນ​ທີ 22 ​ເດືອນ​ສິງ​ຫາ ໂດຍ​​​ມີນັກ​ສິ​ລະ​ປິນ​ກ​່​ວາ 200 ​ຄົນ ແລະ ນັກ​ສະ​ແດງ​ມະ​ຫາ​ຊົນ​ກ​່​ວາ 1000 ຄົນ​ໄດ້​ເຂົ້າ​ຮ່ວມ​ສະ​ແດງ​​. ​ ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງສິ​ລະ​ປະ ພ້ອມ​ກັບ​ຮູບ​ເງົາ​ເອ​ກະ​ສານໄດ້ວາດ​ພາບ​​ໃຫ້​ເຫັນ​ປະ​ຫວັດ​ສາດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ​ຜ່ານ​ໄລ​ຍະ​ຕ່າງໆ​​. ນີ້​ກໍ​ເປັນ​ການ​ສຶກ​ສາ​ອົບ​ຮົມ​ຄົນ​ລຸ່ນໜຸ່ມ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ​, ເຈດ​ຈຳ​ນົງເພິ່ງ​ຕົນ​ເອງ, ສ້າງ​ຄວ​າມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ໄວ​ໜຸ່ມ​ຫວຽດ​ນາມ​ທີ່​ຄາດ​ຫວັງມີ​ສັນ​ຕິ​ພາບ​ ແລະ​ ຢືນ​ຢັນ ​ການ​ຊີ້​ນໍານຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ພາ​ລະ​ກິດ​ເພື່ອ​ປົດ​ປ່ອຍ​ຊາດ​,  ສ້າງ​ສັນ​ແລະ​ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

ຂ່າວ/ບົດ​ອື່ນ