ການເຄື່ອນໄຫວສະເຫຼີມສະຫຼອງວັນ ຊາດ 2/9 ຢູ່ສະຖານທູດຫວຽດນາມ ປະຈຳຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງວັນ ຊາດ 2/9 ຢູ່ສະຖານທູດຫວຽດນາມ ປະຈຳຕ່າງປະເທດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ Nguyen Van Tho
ກ່າວ​ຄຳ​ເຫັນ​ນະພິທີ​ສະ​ເຫຼີ​ມສະຫຼອງວັນຊາດ 2/9
( ພາບ: cri.cn )

(vovworld) -     ພິທີສະ​ເຫຼີ​ມສະຫຼອງວັນຊາດ 2/9 ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ສະຖານທູດ​ຫວຽດນາມ ປະຈຳ​ຕ່າງປະ​ເທດ.

        ວັນ​ທີ 31/8, ກ່າວ​ຄຳ​ເຫັນ​ນະພິທີ​ສະ​ເຫຼີ​ມສະຫຼອງວັນຊາດ 2/9 ຢູ່​ສະຖານທູດ​ຫວຽດນາມ ປະຈຳຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ Nguyen Van Tho ​ໄດ້​ຫວນ​ຄືນ​ໄລຍະ​ແຫ່ງ​ປະຫວັດສາດ ​ແລະ ບັນດາ​ຜົນງານ​ຍິ່ງ​ໃຫຍ່ ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ຕະຫຼອດ 67 ປີຜ່ານມາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Van Tho ​ໄດ້​ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຈີນ, ບັນດາ​ປະ​ເທດ​ເພື່ອນມິດ​ໃນ​ໂລກ​ໄດ້​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຫວຽ​ດນາມ ​ໃນ​ພາລະກິດ​ຕໍ່ສູ້ ​ແລະ ປົກ​ດປ່ອຍ​ແລະ ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ໃນ​ເມື່ອ​ກອນ, ກໍ​ຄື​ພາລະກິດ​ສ້າງສາ​ປະ​ເທດ​ ຫວຽດນາມ ​ໃນ​ປະຈຸ​ບັນ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະຖານທູດ​ຫວຽດນາມ ປະຈຳອົດ​ສະ​ຕາ​ລີ ​ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງ 67 ປີ​ແຫ່ງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ 2/9 ຢູ່​ນະຄອນຫຼວງ Canberra ຢ່າງ​ສົມ​ກຽດ. ທີ່​ພິທີ, ທ່ານ​ປະທານ​ສະພາ​ຕໍ່າ​ອົດ​ສະ​ຕາ​ລີ Peter Slipper ​ໄດ້​ອວຍພອນ​ປະຊາຊົນ​ຫວຽ​ດນາມ ​ເນື່ອງ​ໃນ​ໂອກາດເຫຼີມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ຂອງ​ຫວຽ​ດນາມ. ທ່ານ Slipper ກໍ​ຢືນຢັນ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ, ຢືນຢັນ​ການ​ສະໜັບສະໜູນ​ຕໍ່​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ, ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​​ແໜ້ນ​ແຟ້ນກວ່າ​ອີກ.

        ຕອນ​ຄໍ່າ​ວັນ​ທີ 31/8, ສະຖານທູດ​ຫວຽດນາມ ປະຈຳ​ໂທ ​ໄດ້​ຈັດພິທີສະ​ເຫຼີມສະຫຼອງ 67 ​ປີ່​ແຫ່ງວັນຊາດ 2/9. ​ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ຂອງ​ໄທ, ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ລັດ​ເຊຍ, ອິນ​ເດຍ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ, ​ເພື່ອ​ນມິດສາ​ກົນ ພ້ອມ​ກັບ​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ, ພະນັກງານ​ອົງການ​ຫວຽ​ດນາມ ປະຈຳ​ໄທ​ເປັນ​ຈຳນວນ​ຫຼາຍ. ບັນດາ​ແຂກ​ຖືກ​ເຊີນ, ​ເພື່ອນ​ມິດສາ​ກົນ​ໄດ້​ອວຍພອນ​ວັນຊາດ​ຫວຽ​ດນາມ, ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ປະ​ຊາ​ຊົນ​ຫວຽດນາມ, ​ເຊື້ອ​ໝັ້ນ​ວ່າ ຫວຽ​ດນາມ ຈະ​ສືບ​ຕໍ່​ປະກອບສ່ວນ​​ເຂົ້າ​ໃນ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ພັດທະນາ, ຄວາມ​ກ້າວໜ້າ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ