(vovworld) – ວັນທີ 5/9, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອາຍແລນເໜືອ ໄດ້ຈັດພິທີສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ສສ ຫວຽດນາມ (2/9/1945 – 2/9/2013) ແລະ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອັງກິດ. ກ່າວຄຳເຫັນທີ່ພິທີໄຂ, ເຈົ້າຟ້າຊາຍ Andrew ຢືນຢັນສາຍພົວພັນລະຫວ່າງຫວຽດນາມ ແລະ ອັງກິດພວມພັດທະນາຢ່າງດີງາມ, ນຳມາເຊິ່ງຜົນປະໂຫຍດຍາວນານໃຫ້ແກ່ປະຊາຊົນ 2 ປະເທດ. ຕາມເຈົ້າຟ້າຊາຍ Andrew ແລ້ວ, ປີ 2013 ແມ່ນປີພິເສດໃນການພົວພັນ ຫວຽດນາມ - ອັງກິດ, ເປັນຂີດໝາຍ 40 ປີແຫ່ງການພົວພັນທາງການທູດ ແລະ ສະເຫຼີມສະຫຼອງ 100 ປີແຫ່ງວັນປະທານ ໂຮ່ຈີມິນ ໄປເຖິງ ອັງກິດໃນການຊອກຫາເສັ້ນທາງກູ້ຊາດ (1913 - 2013). ແບ່ງປັນທັດສະນະກັບເຈົ້າຟ້າຊາຍ Andrew, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Astor ຕີລາຄາສູງບົດບາດນັບມື້ນັບສຳຄັນຂອງ ຫວຽດນາມ ໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ກໍ່ຄືຊຸກຍູ້ການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ. ດັ່ງນັ້ນ, ທ່ານປາດຖະໜາຢາກໃຫ້ 2 ຝ່າຍຈະສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືເພື່ອຜົນປະໂຫຍດລວມໃນໄລຍະຈະມາເຖິງ.
ກໍ່ໃນວັນທີ 5/9, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ San Francisco, ລັດ California, ແຫ່ງສະຫະລັດ ອາເມລິກາ, ແລະ ອຳນາດການປົກຄອງນະຄອນ San Francisco ສົມທົບກັນຈັດຕັ້ງພິທີຊັກທຸງຊາດ ສສ ຫວຽດນາມ ແລະ ຈັດງານລ້ຽງເນື່ອງໃນໂອກາດວັນຊາດທີ 2/9. ທ່ານຫົວໜ້າສະຖານກົງສູນໃຫຍ່ ຫງວຽນບ໋າຮູ່ງ ແລະ ທ່ານ Mark Chandler, ຜູ້ອຳນວຍການເສດຖະກິດການຕ່າງປະເທດນະຄອນຫຼວງ San Francisco, ເປັນກຽດທີ່ໄດ້ຊັກທຸງແດງດາວເຫຼືອງຂອງ ຫວຽດນາມ ຢູ່ຕໍ່ໜ້າຂອງອົງການປົກຄອງນະຄອນ. ເນື່ອງໃນໂອກາດນີ້, ທ່ານ San Francisco ໄດ້ມອບໃຫ້ທ່ານ ຫງວຽນບ໋າຮູ່ງ ຖະແຫຼງການຂອງນະຄອນ San Francisco ໂດຍທ່ານເຈົ້າຄອງນະຄອນ Edwin Lee ເຊັນດ້ວຍເນື້ອໃນຖະແຫຼງວ່າວັນທີ 2/9/2013 ແມ່ນວັນມໍລະດົກ - ມິດຕະພາບອາເມລິກາ - ຫວຽດນາມ ຢູ່ນະຄອນ ແລະ San Francisco.