(VOVWORLD) -ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງການບໍລິຈາກສະໜັບສະໜູນປະຊາຊົນບັນດາແຂວງເຂດພູດອຍທາງພາກເໜືອ ແລະ ທິດເໜືອພາກກາງ ແກ້ໄຂຜົນຮ້າຍຍ້ອນຫຼັງຢ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນ.
ບໍລິຈາກສະໜັບສະໜູນປະຊາຊົນບັນດາແຂວງເຂດພູດອຍທາງພາກເໜືອ
ແລະ ທິດເໜືອພາກກາງ ແກ້ໄຂຜົນຮ້າຍຍ້ອນຫຼັງຢ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນ
(ພາບ: TTXVN)
|
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ບັນດາອະດີດການນຳພັກ, ລັດ ພ້ອມກັບພະນັກງານ, ລັດຖະກອນ, ພາລະກອນ, ຄົນງານຂອງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ, ບໍລິຈາກເງິນສະໜັບສະໜູນໃຫ້ 2 ເຂດດັ່ງກ່າວຢ່າງໜ້ອຍສຸດແມ່ນເງິນເດືອນມື້ໜຶ່ງ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານສະພາແຫ່ງຊາດ, ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງການບໍລິຈາກ ເຊັ່ນດຽວກັນ.