ການເຄື່ອນໄຫວຫລາຍຢ່າງສະເຫຼີມສະຫຼອງ69ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2016). ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຈັດຕັ້ງການເຄື່ອນ ໄຫວຕອບບຸນແທນຄຸນຫລາຍຢ່າງ, ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ ແລະ ປະຊາຊົນສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ຕາມນັ້ນແລ້ວ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈະຈັດຕັ້ງກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນທົ່ວໂລກປີ 2016 ໃນວັນທີ 23/07/2016, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 299 ທ່ານ ເຊິ່ງແມ່ນທະຫານເສຍອົງຄະ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ ທີ່ດີເດັ່ນຕາງໜ້າໃຫ້ຜູ້ມີຄຸນງາມຄວາມດີໃນທົ່ວປະເທດນັບລ້ານຄົນ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ໄຫວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ພົບປະສັງສັນຍ້ອງຍໍຜູ້ມີຄຸນງາມຄວາມດີ ແລະ ບັນດາຫົວໜ່ວຍປະຕິບັດຂະບວນການ “ຕອບບຸນແທນຄຸນ” ເປັນຢ່າງດີ.