ການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ 86 ປີ
ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
|
(vovworld)- ວັນທີ 3/2, ມີການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງສະເຫລີມສະຫລອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2016) ຖືກຈັດຂຶ້ນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ. ຄະນະພັກ, ຄະນະກຳມະການປະຊາຊົນແຂວງ ເງ້ອານ ໄດ້ໄປຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານ ກີມລຽນ ແລະ ເຂດອາໄລຫາ ທ່ານເລຂາທິການໃຫຍ່ ເລຮົ່ງຟອງ. ການນຳແຂວງ ກວ໋າງຈີ້ ກໍໄດ້ໄປຖະຫວາຍທູບທຽນ ຢູ່ ອະນຸສາວາລີ ເລຂາທິການໃຫຍ່ ເລຢວນ. ສ່ວນຢູ່ແຂວງ ນີງທ້ວນ, ທີ່ພິທີສະເຫລີມສະຫລອງ 86 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ທ່ານ ຫງວຽນດືກແທງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ໄດ້ເນັ້ນຫນັກວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກ, ກອງທັບ ແລະ ປະຊາຊົນແຂວງ ນີງທ້ວນ ສາມັກຄີເປັນຈິດຫນຶ່ງໃຈດຽວປະກອບສ່ວນພ້ອມກັບປະເທດຊາດຍາດເອົາເອກະລາດ, ເສລີພາບ, ໂຮມປະເທດຊາດເປັນເອກະພາບ, ປະຕິບັດສຳເລັດກິດຈະການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ນຳເສດຖະກິດປະເທດຊາດ ແລະ ແຂວງນິງທ້ວນໃຫ້ນັບມື້ນັບພັດທະນາ.