ໄຊຊະນະວັນທີ 30/4/1975
(vovworld) – ງານໂຮມຊຸມນຸມສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຖືກຈັດຂຶ້ນໃນວັນທີ 25/4 ຢູ່ຫຼາຍທ້ອງຖີ່ນ. ໃນພິທີສະເຫຼີມສະຫຼອງ ໂດຍແຂວງເຫົ້າຢາງ ຈັດຕັ້ງ, ປະທານຄະນະກຳມະການປະຊາຊົນແຂວງເຫົ້າຢາງ ເຈິ່ນກົງແຈ໋ງ ໄດ້ຫວນຄືນມູນເຊື້ອຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນພາກໃຕ້ໃນການຕໍ່ສູ້ຕ້ານອາເມລິກາຜູ້ຮຸກຮານ, ທ່ານຢືນຢັນວ່າ:
“ປະຫວັດສາດໄດ້ຜ່ານໄປແລ້ວ ແຕ່ບັນດາອະນຸສອນກ່ຽວກັບການປະກອບສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດາສະຫາຍ, ປະຊາຊົນໃນບັ້ນຮົບປະຫວັດສາດ 30-4-1975 ຍັງຄົງຝັງເລິກຢູ່ໃນໃຈຂອງພວກເຮົາແຕ່ລະຄົນ. ພວກຂ້າພະເຈົ້າຈະນັບຖື , ຮັກສາຕະຫຼອດໄປ ແລະ ເສີມຂະຫຍາຍບົນເສັ້ນທາງແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນ ເຫົ້າຢາງ ຈະກຳເອົາກາລະໂອກາດ, ຜ່ານຜ່າການທ້າທາຍ, ກໍ່ສ້າງແຂວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນໃໝ່ຂອງປະເທດຊາດ“
ໃນວັນດຽວກັນ, ແຂວງ ຊອກຈັງ ກໍ່ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ. ໃນໂອກາດນີ້, ແຂວງໄດ້ເປີດສະຫຼອງອະນຸສະຖານສົງຄາມຢູ່ນະຄອນຊອກຈັງ.