ການເຄື່ອນໄຫວເຕັມໄປດ້ວຍຈິດໃຈທະຫານ, ປະຊາຊົນເນື່ອງໃນໂອກາດ ບຸນເຕັດປີມະເສງ ປີ 2013

ການເຄື່ອນໄຫວເຕັມໄປດ້ວຍຈິດໃຈທະຫານ, ປະຊາຊົນເນື່ອງໃນໂອກາດ ບຸນເຕັດປີມະເສງ ປີ 2013 - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 29/01, ຄະນະ​ຜູ້​ແທນ​ທະຫານ​ເຂດ 7, ກາ​ນນຳ​ແຂວງ ບິ່ງ​ເຢືອງ, ຄະນະ​ຊີ້​ນຳ​ເຂດ​ໄຕ​ຫງວຽນ ​ແລະ ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​​ໃຫ້​ແກ່ປະຊາ​ຊົນ ​ແລະ ນັກຮົບ​ເມືອງ​ເກາະ​ເຈືອງ​ຊາ, ​ແຂວງ ​ແຄ໋ງຮ່ວາ. ຄະນະ​ໄດ້​ມອບ​ບັນດາ​ເຄື່ອງໃຊ້ສອຍ​ທີ່ທີ່​ຈຳ​ເປັນ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 600 ລ້ານ​ດົງ ​ໃຫ້​​ແກ່​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ. ພິເສດ, ຄະນະ​ຜູ້​ແທນ​ໄດ້​ຈັດ​ຕັ້ງງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່​ຢູ່​ທີ່​ນີ້​ເປັນ​ຄັ້ງ​ທຳ​ອິດດ້ວຍ​ໜັງສືພິມ 50 ສະບັບ ​ແລະ ວາລະສານກວ່າ 700 ສະບັບ, ​ແຜ່ນຊີ​ດີ ​ເພື່ອ​ຮັບ​ໃຊ້​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາ​ະ. ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ປີ​ນີ້, ນອກຈາກ​ການ​ເບິ່ງ​ແຍງ​ດູ​ແລ​ຊີວິ​ດການ​ເປັນ​ຢູ່​​ໃຫ້​ແກ່​ພະນັກງານລັດຖະກອນ, ພາລະ​ກອນ​ນະຄອນ ຍັງ​ມີ​ການ​ສົມທົບ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຊີວິດທາງ​ດ້ານ​ວັດຖຸ​​ແລະ​ຈິດ​​ໃຈໃຫ້​ແກ່ພະນັກງານ, ນັກຮົບ, ປະຊາຊົນ​ເຂດ​ເກາະ​ທີ່​ຫ່າງ​​ໄກ, ສະ​ແດງ​ນ້ຳ​ໃຈ​ຂອງ​ທະຫານ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໃນ​ບັນຫາ​ປະກອບສ່ວນ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ພະນັກງານ, ນັກຮົບທີ່​ປ້ອງ​ກັນ​ປະ​ເທດ, ນຳ​ມາ​ເຊິ່ງນ້ຳ​ໃຈອັນ​ອົບ​ອຸ່ນ, ຄວາມ​ຮັກ​ແພງ​ຈາກ​ແນວ​ຫຼັງ​ມາສູ່ທະຫານ ​ແລະ ປະຊາຊົນ​​ເຂດທະ​ເລ​ ​ແລະ ໝູ່ເກາະ”.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກອງ​ບັນຊາ​ການ​ທະ​ຫານ​ນະຄອນ ​ເກີນ​ເທີ ​​ໄດ້​ເປັນ​ການເຄື່ອນ​ໄຫວ “ບຸນ​ເຕັດ​ຂອງ​ທະຫານ​ ​ແລະ ປະຊາຊົນ 2013” ດ້ວຍ​ຫົວ​ຂໍ້​ວ່າ “ກຳລັງ​ປະກອບ​ອາວຸດ​ນະຄອນ​ເກີນ​ເທີ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຊົນນະບົດ​ໃໝ່”.

ຂ່າວ/ບົດ​ອື່ນ