ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ

ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ - ảnh 1

(vovworld) –  ວັນ​ທີ 22/3, ຄະນະ​ຊາວ​ໜຸ່ມ​ກອມ​ມູນ​ິດ ​ໂຮ່ຈີ​ມິນ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານຊຸມນຸມ​ມິດ​ຕິງ​ສະ​​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ (26/3/1931 – 26/3/2016) ​ແລະ ພົບ​ປະ​ກັບ​ອະດີດ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ຜ່ານ​ໄລຍະ​ຕ່າງໆ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ໄລຍະ​ທາງ 85 ປີ​ຂອງ​ຄະນະ​ຊາວ​ໜຸ່ມ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ “3 ກຽມ​ພ້ອມ”, ​ໄວ​ໜຸ່ມ​ນະຄອນຫຼວງ ​ໃນ​ປະຈຸ​ບັນ​ໄດ້, ພວມ ​ແລະ ຍາມ​ໃດ​ກໍ່​ສືບ​ຕໍ່​ເຮັດ​​ໃຫ້​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີຂອງ​ໄວ​ໜຸ່ມ ຫວຽດນາມ ສົດ​ໃສ ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ອາລົ​ມຈິດ ​ແລະ ມີຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ.

        ດ້ວຍ​ຫົວ​ຂໍ້​ວ່າ “ສືບ​ຕໍ່​ສ້າງ​ບົດ​ເພງ​ໄຊ”, ຕອນ​ຄຳ່​ວັນ​ທີ 22/3, ​ຄະນະ​ຊາວ​ໜຸ່ມ​ແຂວງ ກວາງ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ​ເຊີດ​ຊູ 40 ​ແບບຢ່າງ​ດີ​ເດັ່ນ​ເຊິ່ງ​ແມ່ນ​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ​ດີ​ເດັ່ນ, ຜູ​້ທີ່​ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ວຽກ​ງານ​ຂອງ​ຄະນະ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ,​ເຍົາວະ​ຊົນ, ອະນຸຊົນ, ​ມອບ​ທຶນ​​ສຶກສາ​ໃຫ້​ແກ່ນັກຮຽນທີ່ປະສົບ​ກັບ​ຄວາມຫຍຸ້ງ​ຍາກ 20 ຄົນ. ​ແລະ​ກໍ່​ໃນ​ວັນ​ດຽວກັນ, ຄະນະ​ຊາວ​ໜຸ່ມ​ແຂວງ​ນາມ​ດິ້ງ ​ໄດ້​ຈັດ​ຕັ້ງ​ການ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ, ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ແຂວງ ນາມ​ດິ້ງ ​ໃນ​ໄລຍະ​ໃໝ່”. ​ທ່ານເລຂາ​ຄະ​ນະ​ພັກ​ແຂວງ ​ເບ໋ນ​​ແຈ ຫາ​ກໍ່​ມີ​ການ​ພົບ​ປະສັງ​ສັນ​ກັບ​​ເລຂາ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຂັ້ນ​ຮາກ​ຖານກ່ວາ 100 ຄົນ​ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ ​ແລະ ພ້ອມ​ກັນສ້າງ​ອາຊີ​ບ”. ​ທ່ານເລຂາ​ຄະນະ​ພັກ​ແຂວງ ຫວັງ​ວ່າ: ບັນດາ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ແມ່ນ​ນັກຮົບ​ປະຈັນບານ​ໃນ​ຂະ​ບວນການ​ພ້ອມ​ກັນ​ສ້າງ​ອາຊີ​ບ, ສຸມ​ໃສ່​ໃຫ້​ແກ່​ການ​ສ້າງ​ອາຊີບ​ເພື່ອ​ຫລຸດ​ພົ້ນ​ຄວາມ​ທຸກ​ຍາກ.


ຂ່າວ/ບົດ​ອື່ນ