ການເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດທີ່ນະຄອນໂຮ່ຈີມິນ

(VOVWORLD) -ວັນທີ 11 ມິຖຸນາ, ທີ່ນະຄອນໂຮ່ຈີມິນ, ຄະນະຈັດຕັ້ງບັ້ນເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດ ປີ 2018 ໄດ້ຈັດຕັ້ງລາຍການຕອບສະໜອງບັ້ນເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດ ແຫ່ງຊາດ ປີ 2018 ແລະ ແນະນຳລາຍການ “ແບ່ງປັນຄວາມຮັກແພງ”

ການເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດທີ່ນະຄອນໂຮ່ຈີມິນ - ảnh 1 ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ເດັກເປັນພະຍາດ thalasemia

(ພາບ: Tienphong)

ລາຍການດັ່ງກ່າວລວມມີ  ບັນດາການເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດ, ຮັບປະກັນຊີວິດສັງຄົມ. ພິເສດ ແມ່ນໄດ້ຂົນຂວາຍພະນັກງານ, ລັດຖະກອນ ເຂົ້າຮ່ວມການບໍລິຈາກເລືອດ ດ້ວຍຄາດໝາຍ 2.500 ຖົງໃນທົ່ວປະເທດ; ປຸກລະດົມ 25.000 ສານໂຄສະນາການບໍລິຈາກເລືອດໃນທົ່ວປະເທດ.

        ການເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດ ປີ 2018 ຈະໄດ້ດຳເນີນແຕ່ວັນທີ 14  ມິຖຸນາ ຫາ ວັນທີ 15 ກໍລະກົດ ຢູ່ 26 ແຂວງ, ນະຄອນ; ຄາດວ່າ ຈະໄດ້ຮັບການບໍລິຈາກເລືອດຢ່າງໜ້ອຍແມ່ນ 30.000 ຖົງ.


ຕອບກັບ

ຂ່າວ/ບົດ​ອື່ນ