(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ຕ້ອນຮັບປະທານຄະນະປະຈຳຄະນະກຳມະການເສດຖະກິດອາຊີ - ເອີລົບ)
(vovworld) - ວັນທີ 28/03, ທີ່ການຕ້ອນຮັບທ່ານ Vitor Borisoviech Khristenko, ປະທານຄະນະປະຈຳຄະນະກຳມະການເສດຖະກິດອາຊີ - ເອີລົບ ຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ຢືນຢັນວ່າ ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ, ເບລາຣຸດ, ກາຊັກສຖານ ແມ່ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ. ຍາມໃດຫວຽດນາມ ກໍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບລັດເຊຍ, ເບລາຣຸດ, ກາຊັກສຖານ ໃຫ້ນັບມື້ນັບເຂົ້າສູ່ລວງເລີກ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສຳພັນທະມິດພາສີລັດເຊຍ, ເບລາຣຸດ, ກາຊັກສຖານ ແລະ ຈະມານະພະຍາຍາມເພື່ອພ້ອມກັບລັດເຊຍ, ເບລາຣຸດ, ກາຊັກສຖານ ເຈລະຈາສັນຍາດັ່ງກ່າວໃຫ້ສຳເລັດ ບົນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ປະທານຄະນະປະຈຳຄະນະກຳມະການເສດຖະກິດອາຊີ - ເອີລົບ ທ່ານ Vitor Borisoviech Khristenko, ໄດ້ອອກຖະແຫຼງການດຳເນີນການເຄື່ອນໄຫວການເຈລະຈາສັນຍາຄ້າເສລີລະຫວ່າງ ຫວຽດນາມ - ສຳພັນທະມິດພາສີ ລັດເຊຍ, ເບລາຣຸດ, ກາຊັກສຖານ.