ການເຈລະຈາ TPP ລະຫວ່າງອາເມລິກາ - ຍີ່ປຸ່ນບັນລຸໄດ້ບັດກ້າວສຳຄັນ.

ການເຈລະຈາ TPP ລະຫວ່າງອາເມລິກາ - ຍີ່ປຸ່ນບັນລຸໄດ້ບັດກ້າວສຳຄັນ. - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 1/5, ຫົວໜ້າ​ຄະນະ​ເຈລະຈາ​ການ​ຄ້າ​ອາ​ເມ​ລິ​ກາ Michael Droman ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ສຳຄັນ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP), ທີ່​ການ​ພົບ​ປະ​ຂັ້ນ​ສູງ​ທ້າຍ​ສັບປະດາ​ກ່ອນ​ຢູ່ ​ໂຕ​ກຽວ. ກ່າວ​ຄວາມ​ເຫັນ​ໃນ​ການ​ອະພິປາຍ​ຕໍ່​ກຳມາ​ທິການ​ການ​ເງິນ ສະພາ​ສູງ​ອາ​ເມ​ລິ​ກາ, ທ່ານ Michael Dromanຢືນຢັນ​ວ່າ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ​ໄດ້​ຂ້າມ​ຜ່ານ ”ປະຕູ​ສຳຄັນ​ໃນ​ການ​ເຈລະຈາ​ຕ່າງໆ​ກ່ຽວ​ກັບ​ການ​ສຳ​ພັດ​ຕະຫຼາດ​ສອງ​ປະ​ເທດ” ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ໂຕ​ກຽວ​ ເປັນ​ເວລາ 3 ວັນ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ​ເຖິງ​ວ່າ​ທັງ​ສອງ​ຝ່າຍ​ບໍ່​ທັນ​ບັນລຸ​ໄດ້​ຂໍ້​ຕົກລົງ​ກໍ່ຕາມ, ​ແຕ່​ໃນ​ເບື້ອງ​ຕົ້ນ​ໄດ້​ປຶກສາ​ຫາລື​ບັນດາ​ວິທີ​ການ​ສຳ​ພັດ​ກັບ​ຕະຫຼາດ​ໃນ​ຂົງ​ເຂດ​ສະດຸ​ງ​ໄວ​ຈຳນວນ​ໜຶ່ງ. ທ່ານ Michael Droman​ເນັ້ນ​ໜັກ​ວ່າ, ສິ່ງ​ດັ່ງກ່າວ​ຈະ​​ເປັນ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຈລະຈາ TPP ​ເວົ້າ​ລວມລະຫວ່າງ 12 ປະ​ເທດ ສະມາຊິກ.

ຂ່າວ/ບົດ​ອື່ນ