( ພາບ : http://www.baomoi.com )
ຕອນບ່າຍວັນທີ 25/12, ທ່ານນາຍົກລັດຖະມົນຕີຈີນເວີນເຈຍປາວ ແລະຄູ່ຕຳແໜ່ງຍີ່ປຸ່ນ, ທ່ານ Yoshihoko Noda ໄດ້ມີການເຈລະຈາກ່ຽວກັບການພົວພັນຈີນ-ຍີ່ປຸ່ນຢູ່ນະຄອນຫຼວງປັກກີງ. ທ່ານນາຍົກລັດຖະມົນຕີຈີນເວີນເຈຍປາວເນັ້ນໜັກວ່າ: ຈີນ ແລະຍີ່ປຸ່ນຄວນແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືທີ່ດີ ຊື່ງມັນຈະ ດີກວ່າການເປັນຄູ່ແຂ່ງ. ສອງປະເທດຄວນຮັກສາການພົວພັນຢ່າງໝັ້ນຄົງ, ໂປ່ງໃສ ແລະຍາວນານ. ສ່ວນທ່ານ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihoko Noda ເນັ້ນໜັກວ່າ ການພັດທະນາຂອງຈີນແມ່ນໂອກາດໃຫ້ແກ່ຍີ່ປຸ່ນ ແລະປະເທດອື່ນໆ. ຍີ່ປຸ່ນພ້ອມແລ້ວທີ່ຈະພ້ອມກັບຈີນ ຮັບມືກັບບັນດາການທ້າທາຍ ແລະຈະມີຄວາມມານະພະຍາຍາມຫຼາຍກ່ວາອີກ ໃນການພັດທະນາການພົວພັນລະຫວ່າງສອງປະເທດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ. ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະພາບການໃນແຫຼມເກົາຫຼີ ແລະຢັ້ງຢືນວ່າ ການຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີແມ່ນນອນໃນຜົນປະໂຫຍດລວມຂອງບັນດາປະເທດ ແລະຝ່າຍຕ່າງໆທີ່ກ່ຽວຂ້ອງ. ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ເປັນສັກ ຂີພິຍານ ພິທີລົງນາມຂໍ້ຕົກລົງຕ່າງໆຄື: ເອກະສານກ່ຽວກັບການພົບປະແລກປ່ຽນຊາວໜຸ່ມ ແລະບົດບັນທຶກຊ່ວຍຈຳກ່ຽວກັບຂໍ້ຕົກລົງໂດຍສັງເຂບ ການເປີດຄັງເງິນລົງທຶນຈີນ-ຍີ່ປຸ່ນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະອະນຸລັກຮັກສາພະລັງງານ.