(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ຮູງກາຣີ Ader Janos ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ Budapest, ເລີ່ມຕົ້ນການຢ້ຽມຢາມ ຮູງກາຣີ ແຕ່ວັນທີ 15 – 17/9. ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດເປັນທາງການຢູ່ສຳນັກງານປະທານາທິບໍດີ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ ຮູງກາຣີ Ader Janos ໄດ້ດຳເນີນການເຈລະຈາ. 2 ຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະສັນຕໍ່ບັນດາທິດທາງໃຫຍ່, ບັນດາມາດຕະການລະອຽດເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ 2 ຝ່າຍຢ່າງມີປະສິດທິຜົນ ແນໃສ່ນຳການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນການຮ່ວມມືໃນຂົງເຂດຕ່າງໆຄື: ກະສິກຳ, ສຶກສາບຳງລຸງສ້າງ, ການຄ້າ, ການລົງທຶນໃຫ້ຂຶ້ນສູ່ລະດັບສູງໃໝ່.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Ader Janos ໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຢັ້ງຢືນ 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ເປີດກ້ວາງ ແລະ ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງກ່ວາອີກ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການແລກປ່ຽນບົດຮຽນ, ສົມທົບນະໂຍບາຍ ແລະ ການຮ່ວມມືແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນກ່ວາອີກ. ຫຼັງຈາກນັ້ນ, 2 ຝ່າຍໄດ້ມີການພົບປະກັບສື່ມວນຊົນ. ທ່ານປະທານາທິບໍດີ Ader Janos ຕີລາຄາສູງໝາກຜົນການເຈລະຈາ ແລະ ຢັ້ງຢືນຄວາມຫວັງຢາກເປີດກ້ວາງການພົວພັນກັບ ຫວຽດນາມ ກໍ່ຄືພາກພື້ນ ອາຊຽນ, ຖືນັ້ນແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ. ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ:
“ໃນການຢ້ຽມຢາມສຳຄັນນີ້, ນອກຈາກບັນດາການນຳຂອງຂະແໜງການຕ່າງຂອງ ຫວຽດນາມ ແລ້ວ, ຄະນະຜູ້ແທນພວກຂ້າພະເຈົ້າຍັງມີ ການນຳບໍລິສັດ, ວິສາຫະກິດ ຫວຽດນາມ 70 ຄົນ, ໄປຍັງຮູງກາຣີ ເພື່ອເຂົ້າຮ່ວມເວທີປາໄສວິສາຫະກິດໃນວັນທີ 17/9 ດ້ວຍຄວາມປາດຖະໜາຢາກຊອກຫາຄູ່ຮ່ວມມື ຮູງກາຣີ. ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ພວກຂ້າພະເຈົ້າເຫັນດີເປັນເອກະສັນສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຢູ່ສູນກາງ ແລະ ທ້ອງຖີ່ນ.”
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban ແລະ ທ່ານປະທານສະພາແຫ່ງຊາດ László Kovér.
ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍລ້ວນແຕ່ຖືວ່າ: ເຖິງວ່າ ຫວຽດນາມ ແລະ ຮູງກາຣີ ຫ່າງໄປກັນທາງພູມສາດກໍ່ຕາມ ແຕ່ທັງ 2 ຝ່າຍລ້ວນແຕ່ມີບັນດາທ່າແຮງເພື່ອເພີ່ມເຕີມໃຫ້ກັນ. ຫວຽດນາມ ມີຕະຫຼາດໃຫຍ່ດ້ວຍພົນລະເມືອງເກືອບ 90 ລ້ານຄົນ ນອນໃນພາກພື້ນພັດທະນາຂະຫຍັນຂັນເຄື່ອນທີ່ສຸດຂອງໂລກ. ທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban ແລະ ທ່ານປະທານສະພາແຫ່ງຊາດ László Kovér ເນັ້ນໜັກຄວາມສຳຄັນຂອງການພົວພັນວັດທະນະທຳ, ການຮ່ວມມືມະນຸດຊາດກໍ່ຄືຕີລາຄາສູງປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກຢູ່ ຮູງກາຣີ ກ່ວາ 4000 ຄົນ.
ໃນຂອບເຂດການພົບປະຄັ້ງຕ່າງໆ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ການນຳຂັ້ນສູງ ຮູງກາຣີ ກໍ່ເປັນສັກຂີພິຍານພິທີລົງນາມບັນດາເອກະສານຕ່າງໆ.
ກໍ່ໃນຕອນບ່າຍວັນດຽວກັນ, ທ່ານ ປະທານປະເທດ ເຈືອງເຕີຊາງ ໄດ້ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ຮູງກາຣີ - ຫວຽດນາມ ພ້ອມກັບບັນດານັກຮົບເກົ່າທີ່ເຄີຍເຂົ້າຮ່ວມບັນດາຄະນະກຳມະການຕິດຕາມກວດກາສັນຍາສັນຕິພາບ ປາຣີ ກ່ຽວກັບ ຫວຽດນາມ ໃນເມື່ອກ່ອນ.