ການເຈລະຈາຄັ້ງທີ 7 ລະຫວ່າງພັກອມມູນິດ ຈີນ ແລະ ສຳພັນທະມິດກຳອຳນາດຢູ່ ຍີ່ປຸ່ນ

(VOVWORLD) - 2 ຝ່າຍຄວນປະຕິບັດຄວາມເຫັນດີເຫັນພ້ອມສຳຄັນເຊິ່ງການນຳ 2 ປະເທດບັນລຸໄດ້, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເຊິ່ງກັນ ແລະ ກັນ

ບັນດາສະມາຊິກຂັ້ນສູງຂອງພັກກອມມູນິດ ຈີນ ແລະ ສຳພັນທະມິດກຳອຳນາດຂອງ ຍີ່ປຸ່ນ ຫາກໍ່ມີການເຈລະຈາຄັ້ງທີ 7 ໃນວັນທີ 25 – 26 ທັນວາ ຢູ່ແຂວງ ຝູຈຽນ ຂອງ ຈີນ.

        ທີ່ການເຈລະຈານີ້, ບັນດາສະມາຊິກໄດ້ປຶກສາຫາລືກ່ຽວກັບສະພາບການການເມືອງ, ເສດຖະກິດ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານ ຊົງຖາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ, ຖືວ່າ: 2 ຝ່າຍຄວນປະຕິບັດຄວາມເຫັນດີເຫັນພ້ອມສຳຄັນເຊິ່ງການນຳ 2 ປະເທດບັນລຸໄດ້, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເຊິ່ງກັນ ແລະ ກັນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງເໝາະສົມ ກໍ່ຄືເພີ່ມທະວີການຮ່ວມມື ແລະ ການພົວພັນແລກປ່ຽນປະຊາຊົນເພື່ອແນໃສ່ປັບປຸງການພົວພັນ 2 ຝ່າຍ.

        ສ່ວນຝ່າຍ ຍີ່ປຸ່ນ ກໍ່ເຫັນດີໂດຍຖືວ່າ: ການເຈລະຈານີ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕໍ່ກັນ ພ້ອມທັງຊ່ວຍປັບປຸງການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ