ການເຈລະຈາຄັ້ງທີ7ກຸ່ມວຽກງານກ່ຽວກັບເຂດທະເລຢູ່ນອກປະຕູອ່າວພາກເຫນືອ

ການເຈລະຈາຄັ້ງທີ7ກຸ່ມວຽກງານກ່ຽວກັບເຂດທະເລຢູ່ນອກປະຕູອ່າວພາກເຫນືອ - ảnh 1
ທ່ານ ໂຮ່​ຊວນ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:vietbao.vn

(vovworld)-​ໃນ​ວັນ​ທີ 3 ແລະ ທີ 4/6/2015 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຄັ້ງ​ທີ 7 ກຸ່ມ​ວຽກ​ງານ​ກ່ຽວ​ກັບ​ເຂດ​ທະ​ເລ​ຢູ່ນອກ​ປະ​ຕູ​ອ່າວ​ພາກ​ເຫນືອ ແລະ ການ​ເຈ​ລະ​ຈາ​ຄັ້ງ​ທີ 7 ກຸ່ມ​ວຽກ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບໍ່ສະ​ດຸ້ງ​ໄວ​ປານ​ໃດ​ບົນ​ທະ​ເລ ຫວຽດ​ນາ​ມ - ຈີນ. ກ່ຽວ​ກັບ​ເຂດ​ທະ​ເລນອກ​ປະ​ຕູ​ອ່າວ​ພາກ​ເຫນືອ, ສອງ​ຝ່າຍ​ເຫັນ​ດີ​ມອບ​ໃຫ້​ຫນ່ວຍ​ຊ່ຽວ​ຊານ​ເຕັກ​ນິກ​ຮີບ​ເຮັ່ງ​ແລກ​ປ່ຽນ​ນຳ​ກັນ​ເພື່ອ​ຍົກ​ອອກວິ​ທ​ີ​ການ, ແຜນ​ການ​ລະ​ອຽດ​ໂດຍ​ໄວ​ເພື່ອ​ດຳ​ເນີນ​ການ​ສຳ​ຫລວດ​ຮ່ວມ​ຢູ່​ເຂດນີ້ ຊື່ງ​ສອງ​ຝ່າຍ​ເຫັນ​ດີ ແລະ ຄາດ​ວ່າ​ຈະ​ຜັນ​ຂະ​ຫຍາຍ​ຢູ່​ພື້ນ​ທີ່​ຕົວ​ຈິງ​ໃນ​ປີ 2015 ຄື​ດັ່ງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ຕົກ​ລົງ.

ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດບໍ່​ສະ​ດ​ຸ້ງ​ໄວ​ປານ​ໃດ​ບົນ​ທະ​ເລ, ສອງ​ຝ່າຍ​ໄດ​້​ແລກ​ປ່ຽນ ແລະ ເຫັນ​ດີ​ຕໍ່​ແຜນ​ການ​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ລະ​ອຽດ ພ້ອມ​ທັງ​ພ້ອມ​ກັນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບແຜນ​ຮ່າງ​ຂໍ້​ຕົກ​ລົງ “ຮ່ວມ​ມື​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ​ຫວຽດ​ນາມ - ຈີນ”. ຕອນ​ບ່າຍ​ວັນ​ທີ 4/6, ທ່ານ ໂຮ່​ຊວນ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ບານ ກ່ຽວ​ກັບ​ຊາຍ​ແດນ​ຜືນ​ແຜ່ນ​ດິນ ຫວຽດ​ນາມ - ຈີນ ໄດ້​ຕ້ອນ​ຮັບ​ຄະ​ນະ​ເຈ​ລະ​ຈາ​ຈີນ.

 

ຂ່າວ/ບົດ​ອື່ນ