ປະທານາທິບໍດີ ອາເມລິກາ B.Obama ແລະ ປະທານ ກູບາ Raul Castro
|
(vovworld)-ວັນທີ 11/4, ປະທານາທິບໍດີ ອາເມລິກາ B.Obama ແລະ ປະທານ ກູບາ Raul Castro ດຳເນີນການເຈລະຈາຢູ່ Panama. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດຂອງຜູ້ນຳສອງປະເທດໃນ 56 ປີຜ່ານມາ. ເລີ່ມຕົ້ນການເຈລະຈາ, ປະທານາທິບໍດີ ອາເມລິກາ ໄດ້ຂອບອົກຂອບໃຈປະທານ ກູບາ ກ່ຽວກັບຈິດໃຈເປີດອົກເປີດໃຈສຳລັບ ອາເມລິກາ. ຜູ້ນຳ ອາເມລິກາ ຢັ້ງຢືນຄືນໃຫມ່ວ່າ ນະໂຍບາຍຂອງອາເມລິກາ ທີ່ນຳໃຊ້ໃນກວ່າ 50 ປີສຳລັບ ກູບາ ແມ່ນຫລ້າຫລັງແລ້ວ ແລະ ບໍ່ມີປະສິດທິຜົນ ພ້ອມທັງເນັ້ນຫນັກວ່າ ນີ້ແມ່ນຈຸດເວລາ ປະອະດີດຕະການໄວ້ ເພື່ອເລີ່ມຕົ້ນເສັ້ນທາງໃຫມ່ ມຸ່ງໄປເຖິງຫນ້າປະຫວັດສາດໃຫມ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນອະນາຄົດ. ທ່ານປະທານ ກູບາ Raul Castro ຍົກໃຫ້ເຫັນຄວາມຈຳເປັນຕ້ອງເຈລະຈາໃນທຸກຫົວເລື່ອງທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງສອງຝ່າຍ, ລວມມີບັນດາຄວາມບໍ່ລົງລອຍກັນ ແລະ ທັດສະນະກົງກັນຂ້າມ.