ການເຈລະຈາຍຸດທະສາດອາເມລິກາ-ອີຢິບ
ການເຈລະຈາຍຸດທະສາດອາເມລິກາ-ອີຢິບ
(ພາບ: AFP/TTXVN)
(vovworld) - ວັນທີ 02/08, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ພວມຢ້ຽມຢາມອີຢິບ ແລະ ຄູ່ຕຳແໜ່ງປະເທດເຈົ້າພາບ Sameh Shukri ເປັນປະທານການເຈລະຈາຍຸດທະສາດຄັ້ງທຳອິດລະຫວ່າງ 2 ປະເທດນັບແຕ່ປີ 2009. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງອີຢິບ, ພາຍຫຼັງການເຈລະຈາຍຸດທະສາດ, ທ່ານ John Kerry ຖະແຫຼງວ່າ, ອາເມລິກາ ແລະ ອີຢິບ ພວມກັບຂຶ້ນສູ່ພື້ນຖານໝັ້ນຄົງໃນການພົວພັນລະຫວ່າງ 2 ຝ່າຍ, ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງ ແລະ ຄວາມວິຕົກກັງວົນດ້ານສິດທິມະນຸດ. ທ່ານ John Kerry ຍັງຢືນຢັນວ່າ ຖ້າຫາກຂໍ້ຕົກລົງນິວເຄຼຍທີ່ຫາກໍໄດ້ຮັບການລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄດ້ຮັບການປະຕິບັດຈະຊ່ວຍໃຫ້ອີຢິບ ແລະ ບັນດາປະເທດໃນພາກພື້ນຕາເວັນອອກກາງ ມີຄວາມປອດໄພກວ່າ. ສ່ວນທ່ານ Sameh Shukri ໃຫ້ຮູ້ວ່າ, ອີຢິບ ບໍ່ມີທັດສະນະແຕກຕ່າງກັນຫຼາຍກັບອາເມລິກາ, ມີຄວາມແຕກຕ່າງກັນໃນບາງບັນຫາ, ນັ້ນແມ່ນສິ່ງທຳມະດາ.