ການເຈລະຈາດ້ານນິວເຄຼຍລະຫວ່າງບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມ P5+1
(ພາບ: Reuters)
|
(vovworld) – ວັນທີ 31/3, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຍອມຮັບວ່າ: ການເຈລະຈາດ້ານນິວເຄຼຍລະຫວ່າງບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ເຢຍລະມັນ, ລັດເຊຍ, ຝຣັ່ງ, ຈີນ ພ້ອມກັບ ເຢຍລະມັນ) ແລະ ອີຣານ ຢູ່ Lausanne, ປະເທດ ສະວິດ ໄດ້ແກ່ຍາວຮອດວັນທີ 1/4. ໂຄສົກກະຊວງການຕ່າງປະເທດ ອາເມລິກາ, ທ່ານນາງ Marie Harf ໃຫ້ຮູ້ວ່າ: ບັນດາການເຈລະຈາຢູ່ Lausanne “ບັນລຸໄດ້ບັນດາຄວາມຄືບໜ້າຢ່າງພຽງພໍເພື່ອແກ່ຍາວຮອດວັນທີ 1/4”. ທ່ານນາງ Marie Harf ຮັບຮູ້ວ່າຍັງມີບາງບັນຫາຫຍຸ້ງຍາກ ແລະ ຖືວ່າ ຄວາມສາມາດບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງ ເຕເຮຣານ ໃນຮອບເຈລະຈາທີ່ພວມດຳເນີນໄປແມ່ນ 50 – 50. ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ຄະນະເຈລະຈາ ອາເມລິກາ ຢູ່ Lausanne ພວມຕີລາຄາບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນຕະຫຼອດ 18 ເດືອນຜ່ານມາ ກໍ່ຄືບັນດາບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ຖ້າຫາກເຫັນວ່າບັນລຸໄດ້ບັນດາບາດກ້າວຕໍ່ໄປ “ແມ່ນຈະຖືກແກ່ຍາວເຖິງວັນທີ 1/4”, ແທນທີກຳນົດເວລາສຸດທ້າຍແມ່ນວັນທີ 31/3. ກໍ່ໃນວັນທີ 31/3, ຫົວໜ້ານັກເຈລະຈາ ອີຣານ, ທ່ານ Abbas Aragchi ກໍ່ສະແດງຄວາມຫວັງອາດຈະບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນໃນວັນທີ 1/4.